
7 ປະໂຫຍດດີຂອງໝາກໂມ
ໝາກໂມເຍັນໆ ຫວານ ນ້ຳຫຼາຍ ບໍ່ວ່າຈະກີນສົດໆ ຫຼືນຳໄປປັ່ນກໍ່ແຊບເຍັນຊື່ນໃຈ ດັບກະຫາຍນ້ຳ ຄາຍຮ້ອນໄດ້ດີແທ້ໆ ແຕ່ນອກຈາກຈະຊ່ວຍດັບຮ້ອນແລ້ວ ຍັງມີປະໂຫຍດດີຫຼາຍຢ່າງທີ່ທຸກຄົນຍັງບໍ່ຮູ້ມີຫຍັງກັນແນ່ເຮົາມາຮູ້ພ້ອມໆກັນເລີຍ.
- ເປັນໝາກໄມ້ທີ່ເໝາະກັບຄົນທີ່ກຳລັງຄວບຄຸມນ້ຳໜັກ ເພາະເປັນໝາກໄມ້ທີ່ມີນ້ຳຕານຕ່ຳ ແຄລລໍຮີ່ຕ່ຳ.
- ມີວິຕາມີນເອ ຊ່ວຍບຳລຸງສາຍຕາ.
- ປ້ອງກັນການສະສົມຂອງໄຂມັນເສັ້ນເລຶອດ ຄວບຄຸມຄວາມດັນໂລຫິດ.
- ຊ່ວຍລົດຄວາມມັນເທິງຜີວໝ້າ ເພີ່ມຄວາມຊຸ່ມຊື່ນໃຫ້ແກ່ຜີວ ແລະລົດອາການອັກເສບບວມແດງ.
- ຊ່ວຍບຳລຸງຜີວພັນ ແລະເສັ້ນຜົນໃຫ້ແຂງແຮງ.
- ກົດອາມິໂນໃນໝາກໂມ ຊ່ວຍລົດຄວາມສ່ຽງໃນການເປັນໂລກຫົວໃຈ.
- ໄລໂຄປີນໃນໝາກໂມ ຊ່ວຍລົດຄວາມສ່ຽງໃນການເປັນໂລກມະເຮັງ.
Credit: www.vibhavadi.com
Leave a comment