5 ໝາກໄມ້ທີ່ຊ່ວຍລ້າງສານພິດອອກຈາກຮ່າງກາຍ ແລະ ຍັງຊ່ວຍໃຫ້ລະບົບຍ່ອຍອາຫານເຮັດວຽກໄດ້ດີຂຶ້ນອີກ

5 ໝາກໄມ້ທີ່ຊ່ວຍລ້າງສານພິດອອກຈາກຮ່າງກາຍ ແລະ ຍັງຊ່ວຍໃຫ້ລະບົບຍ່ອຍອາຫານເຮັດວຽກໄດ້ດີຂຶ້ນອີກ

  1. ໝາກແອບເປິ້ນ: ເປັນໝາກໄມ້ທີ່ດີທີ່ສຸດສຳລັບການກຳຈັດຂອງເສີຍອອກຈາກຮ່າງກາຍ ເພາະສານເພຄະຕິນໃນໝາກແອັບເປິ້ນຈະຊ່ວຍກຳຈັດສານພິດ ແລະ ປ້ອງກັນໂປຣຕີນໃນລຳໄສ້ບູດເນົ່າ ນອກຈາກນີ້ແອັບເປິ້ນຍັງມີສານໄຟເບີ້ສູງ ເຊີ່ງປຽບເໝືອນໄມ້ກວດທີ່ຊ່ວຍທຳຄວາມສະອາດລຳໄສ້ ເຮັດໃຫ້ຕັບ ແລະ ລະບົບຍ່ອຍອາຫານເຮັດວຽກໄດ້ດີຂຶ້ນກວ່າເກົ່າ.
  2. ໝາກນັດ: ມີສານເອັນໄຊນ໌ທີ່ຊ່ວຍກະຕຸ້ນການເຮັດວຽກຂອງກົດໄຮໂດຣຄຼໍຣິກໃນກະເພາະອາຫານ ເຮັດໃຫ້ຂອງເສີຍທີ່ເປັນໂປຣຕີນແຕກຕົວໄດ້ໄວຂຶ້ນ ໝາກນັດຍັງຊ່ວຍຮັກສາອາການອັກເສບໃນທາງເດີນອາຫານ ແລະ ຍັງຊ່ວຍໃນການເຮັດວຽກຂອງຕ່ອມໄຮ້ທໍ່.
  3. ໝາກອາງຸ່ນ: ໝາກໄມ້ໜ່ວຍນ້ອຍທີ່ເຮັດໜ້າທີ່ເປັນສານຟອກລ້າງໃຫ້ຜິວໜັງ ຕັບ ໄຕ ແລະ ລຳໄສ້ ນອກຈາກນີ້ໝາກອາງຸ່ນຍັງອຸດົມໄປດ້ວຍເກືອແຮ່ ແລະ ພະລັງງານ ຈຶ່ງຊ່ວຍບຳລຸງເລືອດ ຊ່ວຍສ້ອມແຊມ ແລະ ສ້າງເຊວໃນຮ່າງກາຍ.
  4. ໝາກແຕງໂມ: ມີລິດໃນການຂັບຖ່າຍປັດສະວະ ເທົ່າກັບຊ່ວຍຟອກລ້າງຮ້າງກາຍ ອີກທັງຍັງຊ່ວຍຮັກສາບາດແຜໃນກະເພາະອາຫານ ລົດຄວາມດັນໂລຫິດ ເປືອກຂອງແຕງໂມອຸດົມໄປດ້ວຍສານໂຄຣໍຟິລ ແລະ ເມັດທີ່ມີວິຕາມິຢ່າງຫລວງຫລາຍ ນ້ຳຄັ້ນຈາກເປືອກ ແລະ ເມັດແຕງໂມ ຈຶ່ງເປັນອີກທາງເລືອກທີ່ເປັນປະໂຫຍດຢ່າງຍີ່ງ.
  5. ໝາກຫູ່ງ: ເອນໄຊນ໌ປາເປນໃນກ້າມເນື້ອຂອງໝາກຫຸ່ງມີລັກສະນະຄ້າຍກັບນ້ຳຍ່ອຍເປບຊິນກະເພາະອາຫານ ດັ່ງນັ້ນ ໝາກຫຸ່ງຈຶ່ງຊ່ວຍໃຫ້ໂປຣຕີນແຕກຕົວໄດ້ໄວຂຶ້ນເຊັ່ນດຽວກັນກັບໝາກນັດ ອີກທັງຍັງຊ່ວຍທຳຄວາມສະອາດລະໄສ້ ແລະ ຊ່ວຍຍ່ອຍອາຫານ ການຮັບປະທານໝາກຫຸ່ງເປັນປະຈຳຍັງຊ່ວຍລົດອາການຊຶມເສົ້າໄດ້ເປັນຢ່າງດີອີກດ້ວຍ.

Five fruits that help detoxify the body's waste and also help your digestive system improve

      1.Apple: the best fruit apple for removing waste from the body. Pectin in apples helps to eliminate toxins and prevents the proteins from spoiled in the intestines. In addition, Apple also has high fiber. Which is like a broom to clean the intestines Makes the liver and digestive system work better
    2. Pineapple: contains enzymes that stimulate the function of hydrochloric acid in the stomach. Make waste into proteins faster Pineapple helps treat inflammation in the gastrointestinal tract. And helps in the endocrine function.
        3.Grapes fruit:  small fruit grapes That acts as a bleaching agent for the skin, liver, kidneys and intestines. In addition, grapes are rich in minerals and energy, thus nourishing the blood. Helps repair and build cells in the body.4.    Watermelon: has a diuretic effect. Equal to helping purify the body It also helps to treat stomach ulcers. Reduce blood pressure The watermelon rind is rich in chlorophyll. And that the seeds contain many vitamins Juice from the shell and melon seeds Therefore is another very useful option
        5.Papaya:  enzyme papain in papaya muscle is similar to pepsin gastric juice, so papaya helps to break down proteins faster, like pineapple. It also helps to clean the intestines and helps digestion. Eating papaya regularly also helps reduce depression as well.
    Back to blog

    Leave a comment

    Please note, comments need to be approved before they are published.