5 ອາຫານບຳລຸງຜີວໝ້າຊະລໍຄວາມແກ່
Share
ຖ້າເຮົາສາມາດຊະລໍຄວາມແກ່ຂອງເຮົາຈາກພາຍໃນໄດ້ພຽງແຕ່ເລືອກກີນອາຫານບຳລຸງຜີວ ໃຫ້ຖືກຫຼັກຊື່ງ 5 ອາຫານທີ່ເຮົານຳມາຝາກກັນໃນມື້ນີ້ສາມາຊ່ວຍປັບຜີວໃຫ້ຊະລໍຄວາມແກ່ຂອງຜີວໝັງໄດ້ ໄປເບິ່ງວ່າອາຫານບຳລຸງຜີວນັ້ນມີຫຍັງ ຮັບຮອງວ່າເປັນອາຫານທີ່ສາມາດຫາກີນໄດ້ທົ່ວໄປໃນຊີວິດປະຈຳວັນຂອງເຮົາ.
- ຜັກແລະໝາກໄມ້ສົດ: ມີກາກໃຍ ແລະ ວິຕາມີນຢູ່ຫຼາຍ ຊື່ງທັງກາກໃຍແລະວິຕາມີນນີ້ເອງ ທີ່ຊ່ວຍຊະລໍຄວາມແກ່ຂອງເຮົາໄດ້ ໂດຍວິຕາມີນຕ່າງໆ ຈະເຂົ້າໄປຊ່ວຍບຳລຸງສ່ວນຕ່າງໆ ໃນຮ່າງກາຍຂອງເຮົາສ່ວນຕົວກາກໃຍຈະເຮັດໝ້າທີ່ຊ່ວຍໃນການຂັບຖ່າຍຊື່ງໃນບາງເທື່ອຍັງຊ່ວຍໃນການດີທ໋ອກຮ່າງກາຍໃນການຂັບຖ່າຍຂອງເສຍອອກມາໄດ້ອີກ.
- ປາທະເລ: ສານອາຫານສຳຄັນໃນປາທະເລຄືໂອເມກ້າ-3 ຊື່ງເຮັດໝ້າທີ່ຊ່ວຍຊະລໍຄວາມເສື່ອມຂອງເຊວຕ່າງໆ ໃນຮ່າງກາຍ ບໍ່ເວັ້ນແຕ່ເຊວຜີວຂອງເຮົາເຮັດໃຫ້ໂອເມກ້າ-3 ໃນປາທະເລຄືເປັນອີກຕົວຊ່ວຍທີ່ເຮັດໃຫ້ເຮົາແກ່ຊ້າລົງ.
- ໝາກໄມ້ຕະກູນເບີລີ່: ໝາກໄມ້ຕ່າງໆ ຍ່ອມມີປະໂຫຍດໃນຕົວຢູ່ແລ້ວ ແຕ່ຖ້າຈະໃຫ້ຊ່ວຍເລື່ອງຜີວ ໝາກໄມ້ຕະກູນເບີລີ່ຄືເປັນຕົວຊ່ວຍທີ່ໃຫ້ປະໂຫຍດຫຼາຍ ລວມທັງປັດຈຸບັນໃນບ້ານເຮົາສາມາດຫາກີນໄດ້ງ່າຍຂື້ນແລ້ວ ໂດຍສານຕ້ານອະນຸມູນອິດສະລະທີ່ມີຫຼາຍໃນໝາກໄມ້ຕະກູນເບີລີ່ທີ່ເປັນຕົວຊ່ວຍຊະລໍຄວາມເຊື່ອມຂອງເຊວຜີວ ແລະ ເຮັດໃຫ້ເຮົາແກ່ຊ້າລົງນຳອີກ.
- ວາຍແດງ: ບໍ່ຊ່ວຍກະຕ້ອງເຊື່ອວ່າວາຍແດງຈະສາມາດຊ່ວຍຊະລໍຄວາມແກ່ໄດ້ ໂດຍວາຍແດງຈະຊ່ວຍກະຕຸ້ນລະບົບໄຫຼວຽນໂລຫິດເຮັດໃຫ້ອະໄວຍະວະຕ່າງໆ ໄດ້ຮັບອອກຊີເຈນ ສົ່ງຜົນໃຫ້ຜີວພັນເປັ່ງປັ່ງເປັນການຊະລໍການເກີດຮີ້ວຮອຍ ລວມທັງວາຍແດງສາມາດຊ່ວຍລົດຄໍເລສເຕີຮໍໄດ້ອີກພຽງແຕ່ດື່ມວາຍແດງຈອກນ້ອຍໆກໍ່ພໍແລ້ວ.
- ຄຮາກຊ໋ອກໂກແລັດ: ມີສັບພະຄຸນຊ່ວຍຕໍ່ຕ້ານການອັກເສບຂອງຜີວໝັງທີ່ເກີດຈາກລັງສີຍູວີ ໂດຍສາວໆຄວນເລືອກກີນຊ໋ອກໂກແລັດຈະດີກວ່າເພາະຖ້າຄຮາກເປັນຊ໋ອກໂກແລັດແບບປົກກະຕິແລ້ວຈະປະສົມນົມແລະນ້ຳຕານໃນປະລິມານຫຼາຍ ເຮັດໃຫ້ຮ່າງກາຍໄດ້ຮັບໄຂມັນຫຼາຍເກີນຄວາມຈຳເປັນ ຊື່ງຖ້າຕ້ອງການຄວບຄຸມນ້ຳໜັກແລ້ວການກີນຄຮາກຊ໋ອກໂກແລັດໝ້າຈະເປັນຄຳຕອບທີ່ດີກວ່າ.
Credit: www.women.trueid.net.com