
4 ຄຸນປະໂຫຍດ ແລະ ສັບພະຄຸນຂອງໝາກພຸກ
- ເນື້ອໝາກພຸກນຳມາຮັບປະທານໃຫ້ລົດຫວານ ແລະ ລົດສົ້ມ.
- ເນື້ອໝາກພຸກນຳມາແປຮູບເປັນນ້ຳປັ່ນຫຼືປະສົມເຮັດໄອສະຄີມ.
- ໃບສີຂາວຈາກເປືອກຂອງໝາກພຸກນຳມາສັບ ແລະ ຕາກໃຫ້ແຫ້ງກ່ອນນຳມາບົດໃຫ້ລະອຽດຈົນເປັນຜົງອີກຄັ້ງຜົງຈາກ
ໝາກພຸກນີ້ນຳມາໃຊ້ເປັນສ່ວນຂອງຂະໝົມຫວານເຊັ່ນ: ຂະໝົມບ້າບີ່ນເປັນຕົ້ນ.
- ເປືອກດ້ານນອກຂອງໝາກພຸກນຳມາບົດປະສົມສຳລັບເຮັດທູບຫອມ ແລະ ທູບໄລ່ຍຸງ.
ເນື້ອໝາກພຸກ: ສານໂມໂນເທີປີນໃນເນື້ອໝາກຟຸກຊ່ວຍປ້ອງກັນໂລກມະເຮັງ, ຊ່ວຍໃນການຂັບລົມ, ຊ່ວຍຈະເລີນອາຫານ, ແກ້ອາການເມົາຄ້າງ ແລະ ແກ້ລຳຄໍອັກເສບ.
ເປືອກໝາກພຸກ: ເປືອກດ້ານນອກຂອງໝາກພຸກນຳມາບົດທາຮັກສາແຜ ແລະ ໃຊ້ທາແກ້ອາການຄັນຕາມຜີວໝັງ, ໃຊ້ທາຮັກສາໂລກຜີວໝັງ ຫຼື ໃຊ້ທາຮັກສາອາການປວດບວມຈາກແມງໄມ້ກັດ.
ໃບໝາກພຸກ: ໃບນໍາມາຂັ້ນທາລະງັບອາການປວດບວມຈາກແມງໄມ້ກັດ ນໍາໃບໝາກພຸກມາຕາກແຫ້ງແລ້ວນຳມາແຊ່ນ້ຳຮ້ອນກີນເປັນຊາແກ້ອາການເຈັບຮັກສາໂລກລຳໃສ້ອັກເສບ, ນ້ຳຊາໃບໝາກພຸກຊ່ວຍໃນການຂັບລົມແກ້ອາການປາກແລະລຳຄໍອັກເສບ ແລະ ຊ່ວຍຂັບເສບຫະ.
ຮາກເປືອກ ແລະ ແກ່ນລຳຕົ້ນໝາກພຸກ: ຊ່ວຍຂັບພະຍາດ ແລະ ຍັງຊ່ວຍຂັບລົມກະເພາະ, ຊ່ວຍຂັບປັດສະວະ.
Leave a comment