10 ອາຫານບຳລຸງສາຍຕາທີ່ຄົນຕິດໜ້າຈໍ ຕິດໂລກໂຊຊ່ຽວ ຄວນກິນ
Share
ອາຫານບຳລູງສາຍຕາ ສຳລັບຄົນທີ່ມັກຫຼິ້ນໂທລະສັບ ຫຼື ຕ້ອງເຮັດວຽກຢູ່ໜ້າຄອມພິວເຕີຕະຫຼອດເວລາ ຢາກໃຫ້ດວງຕາຄູ່ງາມໆ ຢູ່ນຳເຮົາໄປດົນໆ ອາຫານເຫຼົົ້ານີ້ຊ່ວຍໄດ້ຫຼາຍ ມື້ນີ້ພວກເຮົາຈະພາທ່ານໄປຮູ້ຈັກກັບອາຫານເຫຼົ່ານັ້ນນຳກັນ ໃຜທີ່ມີນິໄສຕິດໜ້າຈໍ ຕິດໂລກໂຊຊ່ຽວ ຖ້າບໍ່ຢາກເສຍແສງຕາກ່ອນໄວອັນຄວນ ກໍ່ຮີບຫາອາຫານເຫຼົ່ານັ້ນມາກິນຢ່າງດ່ວນເລີຍ.
- ໝາກເຜັດໃຫຍ່
ໝາກເຜັດໃຫຍ່ຫຼາກຫຼາຍສີສັນທີ່ເຮົາເຄີຍເຫັນກັນ ບໍ່ວ່າຈະເປັນ ສີຂຽວ ສີແດງ ຫຼື ສີເຫຼືອງ
ຂໍບອກວ່າອຸດົມໄປດ້ວຍ ວິຕາມິນເອ ແລະ ວິຕາມິນຊີ ເຊິ່ງວິຕາມິນເອຈະຊ່ວຍບຳລຸງສາຍຕາ ອີກທັງວິຕາມິນຊີຍັງຊ່ວຍໃນການປ້ອງກັນການເກີດໂລກຕໍ້ກະຈົກຕາໄດ້ອີກດ້ວຍ ບໍ່ພຽງເທົ່ານັ້ນໃນໝາກເຜັດໃຫຍ່ຍັງມີວິຕາມິນບີ6 ລູທີນ ຊີແຊນທີນ ເບຕ້າແຄໂຣທີນ ແລະ ໄລໂຄປິນ ເຊິ່ງລ້ວນແຕ່ມີປະໂຫຍດກັບສຸຂະພາບຂອງດວງຕາ ໃຜທີ່ມັກຈ້ອງໜ້າຈໍດົນໆ ລອງຊອກໝາກເຜັດໃຫຍ່ມາປຸງເປັນອາຫານຮັບປະທານ ຈະປີ້ງ ອົບ ໜື້ງ ຫຼື ຈະກິນແບບສົດໆ ກັບສະຫຼັດກໍ່ໄດ້ປະໂຫຍດທັ້ງນັ້ນເລີຍ.
- ຫົວກາລົດ
ຫົວກາລົດ ຖືເປັນອາຫານບຳລຸງສາຍຕາທີ່ເດັດດວງອີກຊະນິດໜຶ່ງ ເພາະເບຕ້າແຄໂຣທີນ ວິຕາມິນເອ ແລະ ລູທີນ ທີ່ຢູ່ໃນຫົວກາລົດມີລິດໃນການເບິ່ງແຍງສະຂະພາບສາຍຕາ ຊ່ວຍບຳລູງໃຫ້ກະຈົກຕາໃສແຈ໋ວ ປ້ອງກັນເຊວຕ່າງໆ ໃນດວງຕາ ອີກທັງຍັງປ້ອງກັນການເກີດໂລຕາບອດຕອນກາງຄືນໄດ້ ບໍ່ພຽງເທົ່ານັ້ນລູທີນທີ່ຢູ່ໃນຫົວກາລົດຍັງຊ່ວຍເສີມສ້າງການເຮັດວຽກຂອງຈໍປະສາດຕາ ແລະ ປ້ອງກັນໂລກຈໍປະສາດຕາເສື່ອມອີກດ້ວຍ ຂະນະທີສານອາຫານຊະນິດອື່ນໆ ທີຢູ່ໃນກາລົດກໍ່ຊ່ວຍເສີມສ້າງສຸຂະພາບໃຫ້ແຂງແຮງ.
- ຜັກໃບຂຽວ
ນອກຈາກບຳລຸງສຸຂະພາບໂດຍລວມຂອງຮ່າງກາຍແລ້ວ ຜັກໃບຂຽວຍັງມີສານອາຫານທີ່ຊ່ວຍບຳລຸງສາຍຕາໄດ້ຢ່າງຫຼວງຫຼາຍຈົນທ່ານປະຕິເສດບໍ່ລົງເລີຍ ບໍ່ວ່າຈະເປັນວິຕາມິນເອ ລູທີນ ສານຕ້ານອະນຸມູນອີດສະຫຼະ ໂດຍສະເພາະຜັກໂຂມ ຜັກປວຍເລັ້ງ ຫຼື ບ໊ອກໂຄລີ.
- ໝາກໄມ້ຕະກູນເບີຣີ່
ເຮົາຮູ້ກັນດີຢູ່ແລ້ວວ່າໝາກໄມ້ຕະກູນເບີຣີ່ນັ້ນມີປະໂຫຍດຕໍ່ສຸຂະພາບຫຼາຍ ໂດຍສະເພາະບູເບີຣີ່ ແລະ ໂກຈິເບີຮີ່ ທີ່ມີຊື່ສຽງໃນດ້ານການບຳລູງສາຍຕາ ປ້ອງກັນສາຍຕາເສື່ອມສະພາບ ອີກທັງສານຕ້ານອະນູມູນອິດສະຫຼະກໍ່ຍັງປ້ອງກັນເຊວຕ່າງໆໃນດວງຕາບໍ່ໃຫ້ຖືກທຳລາຍ ແຖມໝາກໄມ້ຊະນິດນີ້ຍັງມີລົດຊາດທີ່ແຊບອີກດ້ວຍ.
- ໄຂ່
ບໍ່ເຊື່ອກໍ່ຕ້ອງເຊື່ອ ພຽງແຕ່ກິນໄຂ່ເປັນປະຈຳກໍ່ຊ່ວຍໃຫ້ມີສຸຂະພາບດວງຕາທີ່ດີໄດ້ ເພາະໄຂ່ອຸດົມໄປດ້ວຍລູທີນ ແລະ ຊີແຊນທີນ ອັນມີຄຸນສົມບັດຫຼຸດຄວາມສ່ຽງໂລກຕາທີ່ເກີດຕາມໄວ ແລະ ຖ້າຢາກໃຫ້ໄດ້ປະໂຫຍດທີ່ຫຼາຍຂຶ້ນ ເວລາຊື້ໄຂ່ມາຮັບປະທານກໍ່ຄວນຈະຊອກຫາໄຂ່ທີ່ມີໂອເມກ້າ 3 ເພາະໄຂ່ເຫຼົ່ານັ້ນຈະມີຄຸນຄ່າທາງອາຫານຫຼາຍກ່ວາໄຂ່ທົ່ວໄປ.
- ມັນດ້າງ
ວິຕາມິນເອໃນມັນດ້າງ ເປັນອີກໜຶ່ງສານອາຫານທີ່ສຳຄັນກັບສຸຂະພາບຕາ ຊ່ວຍບຳລຸງສາຍຕາ ປ້ອງກັນຕໍ້ກະຈົກ ຈໍປະສາດຕາເສື່ອມ ໂລກຕໍ້ຫີນ ແລະ ປ້ອງກັນອາການຕາແຫ້ງໄດ້ ອິກທັງຍັງປ້ອງກັນການຕິດເຊື້ອທີ່ດວງຕາຈົນເຮັດໃຫ້ຕາອັກເສບ ບໍ່ພຽງເທົ່ານັ້ນ ໃຜທີ່ຢາກຈະລົດນ້ຳໜັກ ຮັບປະທານມັນດ້າງກໍ່ຊ່ວຍໄດ້ຄືກັນ ເພາະປະລິມານໄຟເບີ້ໃນມັນດ້າງກໍ່ມີບໍ່ໜ້ອຍ ເອີ້ນໄດ້ວ່າກິນແລ້ວທັງຕາງາມ ແລະ ຫູ່ນກໍ່ງາມໄດ້ຄືກັນ.
- ປາແຊວມ່ອນ
ນອກຈາກຈະຊ່ວຍບຳລຸງຫົວໃຈແລ້ວ ປາແຊວມ່ອນຍັງຖືເປັນສຸດຍອດອາຫານບຳລຸງສາຍຕາ ໂດຍສະເພາະໃຜທີ່ມັກຈ້ອງໜ້າຈໍດົນໆ ຈົນຕາແຫ້ງ ຂໍແນະນຳໃຫ້ລອງກິນ ເພາະປາແຊວມ່ອນອຸດົມໄປປດ້ວຍ DHA ເຊິ່ງເປັນກົດທີ່ມີຢູ່ໃນຈໍປະສາດຕາ ອີກຍັງຊ່ວຍປ້ອງກັນອາການຕາແຫ້ງໄດ້ອີກດ້ວຍ ບໍ່ພຽງເທົ່ານັ້ນໄຂມັນໂອເມກ້າ 3 ກໍ່ຍັງຊ່ວຍບຳລຸງສາຍຕາໄດ້.
- ໝາກອາໂວກາໂດ
ໝາກອາໂວກາໂດເປັນໝາກໄມ້ອີກຊະນິດໜຶ່ງທີ່ອຸດົມໄປດ້ວຍລູທິນ ເບຕ້າແຄໂຣທິນ ວິຕາມິນບີ 6 ແລະ ວິຕາມິນຊີ ເຊິ່ງລ້ວນແຕ່ມີູວາມສຳຄັນຕໍ່ສຸຂະພາບດວງຕາ ຊ່ວຍປ້ອງກັນອາການຟາງ ອີກທັງຍັງຊ່ວຍຊ່ວຍຊະລໍການເສື່ອມສະພາບຂອງດວງຕາຕາມໄວໄດ້.
- ຖົ່ວແອລມ່ອນ
ແອລມ່ອນລ້ວນແຕ່ເປັນແຫຼ່ງທີ່ອຸດົມໄປດ້ວຍໄຂມັນໂອເມກ້າ 3 ທີ່ມີສ່ວນສຳຄັນໃນການບຳລຸງສາຍຕາ ນອກຈາກນີ້ຍັງມີສານຕ້ານອະນຸມູນອີດສະຫຼະ ສັງກະສີ ແລະ ວິຕາມິນອີ ອັນມີສັບພະຄຸນໃນການຊ່ວຍຊະລໍພາວະຈໍປະສາດຕາເສື່ອມ ວ່າກັນວ່າຖົ່ວແອລມ່ອນພຽງ 1 ກຳມີວິຕາມິນອີເຖິງ 50% ຂອງປະລິມານທີ່ຄວນໄດ້ຮັບຕໍ່ວັນ.
- ຊາ
ບໍ່ວ່າຈະເປັນຊາຂຽວ ຊາດຳ ຫຼື ຊາອູ່ຫຼົງ ກໍ່ລ້ວນແຕ່ມີປະໂຫຍດໂດດເດັ່ນໃນເລື່ອງຂອງການບຳລູງສາຍຕາ ເພາະຊາອຸດົມໄປດ້ວຍສານຕ້ານອະນູມູນອິດສະຫຼະ ປ້ອງກັນບໍ່ໃຫ້ເຊວຕ່າງໆຖືກທຳລາຍ ຮວມທັງເຊວຕ່າງໆໃນດວງຕາອີກທັງຍັງປ້ອງກັນການກໍ່ໂຕຂອງຕໍ້ກະຈົກ ແລະ ພາວະຈໍປະສາດຕາເສື່ອມໄດ້ອີກດ້ວຍ.
10 Super Food nourishes the eyes of the person who is addicted to the screen.
Eye care food For those who like to play phone Or have to work in front of the computer all the time Want to have beautiful eyes together for a long time. These foods can help a lot. Today we will take to know them. Anyone who has a habit of sticking to a social screen, if not wanting to lose sight of the premature, quickly find these foods to eat together.
1. Paprika
Colorful pepper that we have seen Whether green, red or yellow, I say that it is rich in vitamin A and vitamin C. Which vitamin A helps nourish the eyes Vitamin C also helps prevent cataracts as well. not only In bell pepper also contains vitamin B6, lutein, zeaxanthin, beta-carotene and lycopene which all have infinite benefits to eye health Anyone who likes to stare at the screen for a long time, then try to find bell pepper to be cooked to eat, grilled, fried, baked, steamed, or eaten fresh with salad..
2. Carrots
Carrots are considered another kind of eye care food. Because beta carotene, vitamin A and lutein in carrots have direct effects on eye health Helps nourish the clear cornea Prevent various cells in the eyes and prevent night blindness. Not only that, lutein in carrots also helps strengthen the function of the retina. And prevent retinal disease as well. While other nutrients in carrots help to strengthen health as well
3. Green leafy vegetables
In addition to nourishing the overall health of the body Green leafy vegetables also contain nutrients that help nourish your eyes so much that you can't refuse. Whether it is vitamin A, aluminate, antioxidant Especially spinach, Pueblo, Leng or broccoli.
4. Berry family fruit
We already know that the berries are healthy. Especially blueberries And Goji Berry Which is famous for eye care Prevent eye deterioration The antioxidants also protect the cells in the eyes from being destroyed. Plus this kind of fruit, the taste is also delicious
5. Eggs
Do not believe it must believe But just eating eggs on a regular basis can help to have good eye health Because the eggs are rich in lutein and zeaxanthin, which has the ability to reduce the risk of eye diseases caused by age And if wanting to get more benefits When buying eggs to eat, they should look for eggs that contain omega-3, because these eggs are more nutritious than normal eggs.
6. Sweet potato
Vitamin A in sweet potato Is another important nutrient for eye health Helps nourish the eyes Prevent cataracts Macular degeneration, glaucoma and prevent dry eye symptoms It also prevents infection in the eyes until the eye inflammation. not only Anyone who wants to lose weight Eating sweet potatoes can help as well Because the amount of fiber in the yam is not small Can be said to eat both beautiful eyes And beautiful body with built-in
7. Salmon
In addition to nourishing the heart Salmon is also considered a super food, nourishing the eyes. Especially those who like to stare at the screen for a long time until the eyes are dry. Because salmon is rich in DHA, which is acidic in the retina It also helps prevent dry eye symptoms as well. Not only Omega 3 fat also helps to nourish the eyes.8. Avocado Avocado is another fruit that is rich in lutein, beta-carotene, vitamin B6 and vitamin C, which are all important for eye health. Helps prevent eye symptoms It also helps to slow down the deterioration of the eyes by age.
9. Almond nuts
Almonds are all sources of omega-3 fats that are essential to nourishing the eyes. In addition, it also has antioxidants. Zinc and Vitamin E Which has properties to help slow down the macular degeneration It is said that only 1 handful of almond nuts can contain 50% of the amount of vitamin E that should be received per day.
10. Tea
Whether it is green tea, black tea or Oolong tea, all have outstanding benefits in terms of eye care. Because tea is rich in antioxidants Prevent various cells from being destroyed, including various cells in the eyes, as well as prevent the formation of cataracts and macular degeneration.