10 ສຸດຍອດອາຫານ ບຳລຸງສະໜອງ ເພີ່ມຄວາມຈໍາ
Share
ສະໜອງຄືອະໄວຍະວະທີ່ສຳຄັນຫຼາຍສຳລັບມະນຸດເຮົາ ເພາະສະໜອງສາມາດຄວບຄຸມ ສັ່ງການເຄື່ອນໄຫວ ລວມທັງພຶດຕິກຳ ແລະ ແນ່ນອນວ່າ ເຮົາຕ້ອງໃຊ້ສະໜອງນີ້ຢູ່ທຸກມື້.ຖ້າເຮົາບໍ່ຍາກໃຫ້ສະໜອງຂອງເຮົາອ່ອນເພຍ ເຮົາຄວນເລືອກຮັບປະທານອາຫານທິ່ມີປະໂຫຍດ ແລະ ຈຳເປັນຕໍ່ຮ່າງກາຍ ເພາະອາຫານເປັນສ່ວນໝື່ງທີ່ເຮັດໃຫ້ຮ່າງກາຍຈະເລີນເຕີບໂຕ ລວມທັງເຂົ້າໄປພັດທະນາ ແລະ ບຳລຸງໃຫ້ສະໜອງຂອງເຮົາເຮັດວຽກໄດ້ຢ່າງມີປະສິດທິພາບ.
- ໄຂ່ໄກ່: ເມນູໄຂ່ງ່າຍໆ ທີ່ເຮົາກິນຢູ່ທຸກໆມື້ ມີໂອເມກ້າ 3 ແລະ ມີໂປຕີນທີ່ຊ່ວຍບຳລຸງໃຫ້ສະໜອງເຮັດວຍກໄດ້ດີຂື້ນອີກ ແລະ ຍັງເພີ່ມພະລັງໃຫ້ສະໜອງຂອງເຮົາເຮັດວຽກໄດ້ດົນຂື້ນອີກ.
- ປາທະເລນ້ຳເລີກ: ຈຳພວກປາທູນ່າ,ປາເຊວມ້ອນ ໂອເມກ້າ 3 ທີ່ຊ່ວຍບຳລຸງສະໜອງໃນເລື່ອງຄວານຈຳ ທັງຍັງຊ່ວຍຊະລໍການເສື່ອມລະບົບປະສາດສ່ວນກາງອີກນຳ.
- ຜັກໃບສີຂຽວ: ຂື້ນຊື່ວ່າຜັກ ກໍ່ມີປະໂຫຍດທັງນັ້ນ ໂດຍສະເພາະຜັກໂຫມຝຮັ່ງທີ່ມີເອນໄຊຊ່ວຍເພີ່ມຄວານແຂງແຮງ ແລະ ຟື້ນຟູບໍລິເວນປາຍປະສາດ ທັງຍັງມີກົດໂຟລິກທີ່ຊ່ວຍບຳລຸງໃນເລື່ອງຂອງຄວາມຈຳອີກນຳ.
- ໝາກໄມ້ຕະກູນເບີຮີ່: ບູເບີຮີ່,ເຊີຮີ່,ສະຕໍເບີຮີ່ ມັງໝົດທັງມວນນີ້ ຈະຊ່ວຍໃຫ້ການເຮັດວຽກຂອງລະບົບໝູນວຽນໂລຫິດໃນການລໍ່ລ້ຽງສະໜອງເຮັດວຽກໄດ້ດີຂື້ນ ສົ່ງຜົນຕໍ່ລະດັບໄອຄີວ ແລະ ຍັງຊ່ວຍປ້ອງກັນເລື່ອງການສູນເສຍຄວາມຈຳໄດ້ອີກນຳ ນອກຈາກນີ້ຍັງຊ່ວຍບຳລຸງສາຍຕາ ແຖມຍັງເປັນໝາກໄມ້ທີ່ນ້ຳຕານ ແລະ ແຄຮລໍຮີ່ນ້ອຍ ຮັບປະທານໄປແລ້ວຮັບຮອງວ່າບໍ່ອ້ວນແນ່ນອນ.
- ໝາກເລັ່ນ: ເວົ້ງຮອດໝາກເລັ່ນ ສາວໆອາດຈະຄິດຮອດຄວາມສວຍຄວາມຜີວພັນ ແຕ່ເຮົາບອກເລີຍວ່າ ໝາກເລັ່ນມີປະໂຫຍດຫຼາຍກ່ວານັ້ນ ຊິ່ງໝາກເລັ່ນຈະມີໄລໂຄປີນ ທີ່ຊ່ວຍປ້ອງກັນບໍ່ໃຫ້ຫຼົງລືມໆ ຖ້າເຮົານຳໝາກເລັ່ນໄປຜ່ານຄວານຮ້ອນແລ້ວກໍ່ຈະຍິ່ງເຮັດໃຫ້ເຮົາໄດ້ຮັບໄລໂຄປີນຫຼາຍຂຶ້ນໄປອີກ.
- ແອັບເປີ້ນ: ໝາກໄມ້ຫອມຫວານຄືແອບເປີ້ນ ກໍ່ຊ່ວຍບຳລຸງສະໝອງເຮາໄດ້ຄືກັນ ເພາະໃນແອັລເປີ້ນມີສານອະເຊທີວໂຄລີນ ທີ່ຈະຊ່ວຍເພີ່ມຄວານສາມາດໃນການເຮັດວຽກຂອງສະໝອງເຮັດໃຫ້ເຮົາມີຄວານຈຳທີ່ດີຂື້ນ ແລະ ຍັງຊ່ວຍປ້ອງກັນໂລກສະໜອງເສື່ອມໄດ້ອີກນຳ.
- ແປະກ້ວຍ: ເປັນອາຫານທີ່ຂື້ນຊື່ໃນເລື່ອງຂອງການບຳລຸງສະໜອງ ເພາະມັນສາມາດຊ່ວຍຮັກສາອາການຜິດປົກກະຕິຕ່າງໆ ໄດ້ເຊັ່ນ: ໂລກສະໜອງເສື່ອມ,ໂລດອັນໄຊເມີ ຫຼືຄົນທີ່ມັກຫຼົງໆລືມໆ ກໍ່ຕາມເມື່ອຮັບປະທານແປະກ້ວຍເຂົ້າໄປແລ້ວ ແປະກ້ວຍຈະເຂົ້າໄປຊ່ວຍໃນການເຮັດວຽກຂອງລະບົບໄຫຼວຽນເລືອດຂື້ນໄປລ້ຽງສະໜອງໄດ້ດີຂື້ນ.
- ທັນຍາພຶດ ແລະ ຖົ່ວຕ່າງໆ: ບໍ່ວ່າຈະເປັນ ງາດຳ,ງາຂາວ,ເມັດແຟັກ,ເມັດຕາເວັນ,ເມັດໝາກອຶ. ເຮເຊວນັດ ອັນມອນ ຖົ່ວລິສົງແມດຄາເດເມຍ ແລະ ວໍນັດດ ລວນແລ້ວແຕ່ມີປະໂຫຍດທັງນັ້ນເພາະມີໂປຕີນ ວິຕາມິນ ແລະ ກົດໂຂມັນຊະນິດບໍ່ອື່ມຕົວ ນອກຈາກນີ້ຍັງມີແມກນີຊຽມທີ່ຈະເຂົ້າມາຊ່ວຍເສີມການເຮັດວຽກຂອງຫຼອດເລືອດເຮັດໃຫ້ເລືອດໄປລ້ຽງສະໜອງໄດ້ດີຍິ່ງຂື້ນ.
- ນ້ຳມັນໝາກກອກ: ເປັນໄຂມັນຊະນິດບໍ່ອື່ມຕົວ ຈະຊ່ວຍໃຫ້ສະໜອງປອດໂປ່ງ ແລະ ເຮັດວຽກໄດ້ດີຂື້ນ.
- ຊ໋ອກໂກແລັດ: ຄົນສ່ວນໃຫ່ຍລວນທັງສາວໆ ຄົງຄິດເຫັນຄວາມຫວານ ຄວາມຕຸ້ມເປັນຢ່າງແນນອນ ແຕ່ເຈົ້າເຊື່ອບໍ່ວ່າຖ້າເຮົາຮັບປະທານຢູ່ໃນປະລິມານທີ່ເໝາະສົມ ຊ໋ອກໂກແລັດຈະຊ່ວຍກະຕຸ້ນການເຮັດວຽກຂອງສະໜອງ ແລະ ຍັງໃຫ້ສານອະນຸມູນອິດຫຼະທີ່ຊ່ວຍໃຫ້ລະບົບໝູນວຽນໂລຫິດເຮັດວຽກໄດ້ດີຂື້ນອີກ
ເຫັນບໍ່ວ່າອາຫານບຳລຸງສະໜອງທັງ 10 ຊະນິດ ທີ່ເຮົານຳມາຝາກ ລ້ວນແລ້ວແຕ່ເປັນສິ່ງທີ່ໃກ້ຕົວທັງນັ້ນເພາະສະນັ້ນໝູ່ເພື່ອນກໍ່ຍ່າລືມຫາມາຮັບປະທານກັນເດີ ເພື່ອໃຫ້ສະໜອງຂອງເຮົາປອດໂປ່ງແບບສຸດໆ.