10 ພືດຜັກຮັກສາໂລກເບົາຫວານ
Share
ຜູ້ປ່ວຍໂລກເບົາຫວານຕ້ອງໃຫ້ຄວາມສຳຄັນຫຼາຍທີ່ສຸດກໍ່ຄືລະດັບນ້ຳຕານໃນເລືອດ ຖ້າຫາກນ້ຳຕານໃນເລືອດສູງເກີນໄປກໍ່ສ່ຽງທີ່ຈະເກີດໂລກແຊກຊ້ອນອື່ນໆ ຜູ້ປ່ວຍຫຼາຍໆຄົນກໍ່ຍັງຫາວິທີຄວບຄຸມລະດັບນ້ຳຕານໃຫ້ຢູ່ໃນເກນທີ່ດີຂອງຮ່າງກາຍ ຊິ່ງອີກທາງເລືອກໝື່ງທີ່ໝ້າສົນໃຈນັ້ນກໍ່ຄືການຮັບປະທານສະໝູນໄພນອກຈາກຈະຊ່ວຍເລື່ອງໂລກເບົາຫວານໄດ້ແລ້ວ ກໍ່ຍັງໄດ້ຂອງແຖມເປັນສຸຂະພາບທີ່ດີອີກດ້ວຍ ຢ່າງເຊັ່ນສະໝຸນໄພທັງ 10 ຊະນິດນີ້ສາມາດຮັກສາອາການຂອງໂລກເບົາຫວານ ພ້ອມດ້ວຍປະໂຫຍດເພື່ອສຸຂາພາບດີໆອີກຫຼາຍໆຢ່າງ.
- ໝາກມະລະ: ເປັນສະມຸນໄພທີ່ຂື້ນຊື່ໃນເລື່ອງການລົດລະດັບນ້ຳຕານໃນເລືອດເວົ້າໄດ້ວ່າເປັນສະມຸນໄພທີ່ເປັນມິດກັບໂລກເບົາຫວານຢ່າງແທ້ຈີງ ໂດຍສະເພາະສານ ( Charatin ) ໝາກມະລະທີ່ມີລິດໃນການລົດນໍ້າຕານໃນເລືອດ ຕ້ານອາການຂອງໂລກເບົາຫວານ ແລະ ຊ່ວຍເລັ່ງການເຜົາຜານນ້ຳຕານໃນເລືອດ.
- ອົບເຊີຍ: ເປັນສະມຸນໄພອີກສະນິດໝື່ງທີ່ມີສານສຳຄັນໃນການຊ່ວຍເພີ່ມການຫຼັ່ງຂອງຮໍໂມນອີນຊູລີນ ເຮັດໃຫ້ລະດັບນ້ຳຕານໃນເລືອດລົດລົງ ແລະ ຍັງຊ່ວຍຄວບຄຸມລະດັບ ຄໍເລດເຕີຮໍ ໃນເລືອດໃນກຸ່ມຜູ້ທີ່ເປັນໂລກເບົາຫວານ ແລະ ໂລກທີ່ກ່ຽວກັບລະບົບຫຼອດເລືອດຫົວໃຈອີກດ້ວຍ.
- ເຫັດຫຼີຈື່: ອີກໝື່ງສຸດຍອດສະມຸນໄພລ້ຳຄ່າທີ່ອຸດົມໄປດ້ວຍສັບພະຄຸນທາງຢາ ແຕ່ຍັງມີຄຸນກັບຜູ້ປ່ວຍໂລກເບົາຫວານອີກດ້ວຍ ເນື່ອງຈາກໃນເຫັດຫຼີນຈື່ມີສານໃນກຸ່ມ( polysaccharide ) ຍັງຊ່ວຍນໍ້າຕານທີ່ຢູ່ໃນເລືອດຖືກປ່ຽນເປັນພະລັງງານໃຫ້ແກ່ຮ່າງກາຍ ແລະ ເຮັດໃຫ້ລະນ້ຳຕານໃນເລືອດລົດລົງ.
- ເຄືອເຂົາຮໍ: ເປັນໝຶ່ງສະມຸນໄພທີ່ສຳຄັນ ມີປະສິດທິພາບຊ່ວຍລົດລະດັບນ້ຳຕານໃນເລືອດໄດ້ໂດຍບໍ່ມີຜົນຂ້າງຄຽງອັນຕະລາຍໃດໆ. ອາດຈະຮັບປະທານຍາກແຕ່ຢ່າລືມວ່າຫວານເປັນລົມຂົມເປັນຢາ.
- ຜັກຕຳນີນ: ເປັນສະມຸນໄພຕຳນີນທີ່ສາມາດໃຊ້ໃນການຮັກໂລກເບົາຫວານໄດ້ແທບຈະທຸກສ່ວນຂອງຕົ້ນ ບໍ່ວ່າຈະເປັນຮາກ,ເຄືອ ຫຼື ໃບ ຍັງເປັນສະມຸນໄພທີ່ມີປະສິດທິພາບໃນການລົດນ້ຳຕານໃນເລືອດໄດ້ດີພໍສົມຄວນ.
- ກະທຽມ: ສາມາດລົດນ້ຳຕານໃນເລືອດ ແລະ ຊ່ວຍເພີ່ມການຫຼັ່ງຂອງອີນຊູລີນໄດ້. ຖ້າຍາກໄດ້ປະໂຫຍດແບບເນັ້ນໆ. ກໍ່ຄວນຮັບປະທານກະທຽມແບບສົດໆ ເພາະກະທຽມທີ່ຜ່ານຄວາມຮ້ອນແລ້ວຈະມີຄຸນຄ່າທາງໂພຊະນາການນ້ອຍກ່ວາກະທຽມສົດ.
- ຂີ້ມີ້ນ: ຄົນທີ່ມີຄວາມສ່ຽງໂລກເບົາຫວານຖ້າວ່າຮັບປະທານອາຫານທີ່ມີສານ ( Curcumin ) ເປັນສານຕ້ານອະນຸມູນອິດສະຫຼະທີ່ຊົງພະລັງ ຊິ່ງເປັນສານທີ່ຢູ່ໃນຂີ້ມີ້ນຮັບປະທານຕິດຕໍ່ກັນເປັນປະຈຳຈະຊ່ວຍໃຫ້ຄວາມສ່ຽງນ້ຳຕານລົດລົງ.
- ຫວ້ານຫາງຈໍລະເຂ້: ເປັນສະມຸນໄພທີ່ເໝາະຈະໃຊ້ກັບຜູ້ປ່ວຍໂລກເບົາຫວານ ເພາະນ້ຳຂອງຫວ້ານຫາງຈໍລະເຂ້ສາມາດຊ່ວຍລົດລະດັບນ້ຳຕານໃນເລືອດໄດ້ ແລະ ຍັງຊ່ວຍລົດລະດັບໄຂມັນໃນເລືອດ.
- ໝາກເມືອກ: ເປັນສະມຸນໄພທີ່ອຸດົມໄປດ້ວຍສານຕ້ານອະນຸມູນອິດສະຫຼະ ແລະ ຄຸນຄ່າທາງໂພຊະນາການສູງ ຍັງມີສັບພະຄຸນຊ່ວຍລົດນ້ຳຕານໃນເລືອດ ເນື່ອງຈາກໝາກເມືອກມີໄຟເບີສູງ ໂດຍສະເພາະໄຟເບີ້ຊະນິດລະລາຍນ້ຳໄດ້ສາມາດຊ່ວຍລົດການດູດຊືມຂອງຄໍເລສເຕີຮໍ ແລະ ນ້ຳຕານເຂົ້າສູ່ຮ່າງກາຍໄດ້.
- ໝາກແຄ່ງຟ້າ: ນ້ຳໝາກແຄ່ງຟ້າສາມາດຊ່ວຍລົດລະດັບນ້ຳຕານໃນເລືອດໄດ້ ສັບພະຄຸນໃນການຊ່ວຍຍ່ອຍຂອງອາຫານກໍ່ເດັ່ນບໍ່ແພ້ໃຜ.