ສັບພະຄຸນຂອງຜັກຊີນນາລີ່
Share
ຜັກຊີນນາລີ່ເປັນຜັກທີ່ມີລິດເຍັນລົດຊາດຂົມອົມຫວານ ດັ່ງນັ້ນຈຶ່ງມີຄຸນນະສົມບັດເປັນຢາສາມາດໃຊ້ຮັກສາໂລກໄດ້ຢ່າງບໍ່ຕ້ອງສົງໃສ ໂດຍຜັກຊີນນາລີ່ນັ້ນມີສານເຄມີຫຼາກຫຼາຍຊະນິດທີ່ເປັນປະໂຫຍດຕໍ່ຮ່າງກາຍ ອາທິ ສານໄກສໂຄໄຊສທີ່ມີຊື່ວ່າເອຟີອິນ ນ້ຳມັນຫອມລະເຫີຍທີ່ມີສ່ວນປະກອບຂອງສານໄລໂມນີນ ຊີລິນີນ ສານ3-ບິວທີບໄລໂຄສ ສານໂຊຮາເລນສ ແລະ ສານໂພລິອະຊິທິລີນ ນອກຈາກນີ້ກໍ່ຍັງມີໂປຮຕີນຄາດໂບໄຮເດດວິຕາມີນ ແລະ ເກືອແຮ່ຫຼາກຫຼາຍຊະນິດເຊັ່ນ:
- ຜັກຊີນນາລີ່ມີລິດໃນການຊ່ວຍລົດຄວາມດັນໂລຫິດສູງ
- ຜັກຊີນນາລີ່ມີສັບພະຄຸນທາງຢາທີ່ໃຊ້ກ່ອມຫຼືລະງັບປະສາດໄດ້ດີ
- ຜັກຊີນນາລີ່ເປັນແຫຼ່ງຂອງສານຟີນໍລີກຊຶ່ງເປັນສານຕ້ານອະນຸມູນອິດສະຫຼະຊະນິດໝຶ່ງ
- ຜັກຊີນນາລີ່ມີສັບພະຄຸນໃນການຊ່ວຍຢັບຢັ້ງການຂະຫຍາຍຕົວຂອງເຊວມະເຮັງ
- ຜັກຊີນນາລີ່ເປັນຜັກສະມູນໄພທີ່ມີແຄລຮໍລີ່ຕ່ຳຫຼາຍແລະມີເສັ້ນໃຍອາຫານອີກນຳ
- ຜັກຊີນນາລີ່ອຸດົມໄປດ້ວຍວິຕາມີນຫຼາຍຊະນິດ
- ຜັກຊີນນາລີ່ມີສັບພະຄຸນທາງຢາ
- ຜັກຊີນນາລີ່ມີສັບພະຄຸນຊ່ວຍລົດລະດັບຂອງຄໍເລດເຕີຮໍໄຕຮກີຮເຊີໄລຮ
- ຜັກຊີນນາລີ່ມີແຮ່ທາດຈຳພວກສານແຄລຊຽມແລະຟອສຟໍຮັດສູງ
- ຜັກຊີນນາລີ່ມີລິດເເປັນຢາຂັບຮ້ອນ
- ຊີນນາລີ່ຊ່ວຍໃຫ້ລະບົບຍ່ອຍອາຫານເຮັດວຽກໄດ້ດີ
- ຜັກຊີນນາລີ່ມີກີ່ນຫອມຊຶ່ງເປັນກີນສະເພາະຕົວທີ່ຈະຊ່ວຍໃຫ້ຮູ້ສືກຈະເລີນອາຫານ
ໄດ້ຮູ້ຈັກກັບສັບພະຄຸນແລະປະໂຫຍກຂອງຜັກຊີນນາລີ່ແລ້ວ ມື້ຕໍ່ໄປຢ່າລືມນຳຜັກຊີນນາລີ່ມາປຸງແຕ່ງອາຫານກັນເດີ່.
Cerdit: www.sukkaphap-d.com