ຂໍ້ດີຂອງການລ້ຽງລູກດ້ວຍນ້ຳນົມແມ່

ຂໍ້ດີຂອງການລ້ຽງລູກດ້ວຍນ້ຳນົມແມ່

ນ້ຳນົມແມ່ຖືວ່າເປັນອາຫານທີ່ມີຄຸນປະໂຫຍດສູງສຸດຕໍ່ລູກຂອງເຮົາ ການລ້ຽງລູກດ້ວຍນົມແມ່ຈະຊ່ວຍເຕີມເຕັມຄວາມຕ້ອງການຂອງລູກໄດ້ບໍ່ວ່າຈະເປັນເລື່ອງຂອງອາຫານ ພູມຕ້ານທານໂລກ ຄວາມຜູກພັນລະຫວ່າງແມ່ແລະລູກ ຂໍ້ດີຂອງການລ້ຽງລູກດ້ວຍນົມແມ່ມີຫຼາຍຂໍ້ ມື້ນິຈະຂໍຍົກຕົວຢ່າງຂໍ້ດີມາຈັກ 9 ຂໍ້.

  1. ນົມແມ່ເປັນສານອາຫານທີ່ມາຈາກທຳມະຊາດປອດໄພຕໍ່ລູກຂອງເຮົາທີ່ສຸດ

ຈະຫານົມຫຍັງທີ່ປອດໄພ ແລະ ມີສານທີ່ຮ່າງກາຍຕ້ອງການທຽບເທົ່ານ້ຳນົມແມ່ບໍ່ມີອີກແລ້ວ ຕໍ່ໃຫ້ເທັກໂນໂລຍີຂອງມະນຸດຈະກ້າວໄກຊ່ຳໃດ ກໍ່ບໍ່ສາມາດຮຽນແບບນົມສັງເຄາະໃດໆ ທີ່ທັງປອດໄພ ແລະ ມີສານອາຫານໄດ້ສະເໝີຄືນົມແມ່ອີກແລ້ວໃນໂລກນີ້.

  1. ເດັກນ້ອຍທີ່ເຕີບໂຕມາຈາກການກີນນົມແມ່ຈະແຂງແຮງ

ເພາະນ້ຳນົມແມ່ກັ່ນມາຈາກພາຍໃນຮ່າງກາຍຂອງແມ່ເອງ ພູມຕ້ານທານຕ່າງໆ ໃນຕົວຂອງແມ່ຈະຖືກຖ່າຍຖອດຜ່ານນ້ຳນົມ ເມື່ອລູກໄດ້ກີນນ້ຳນົມແມ່ກໍ່ຈະໄດ້ຮັບພູຕ້ານທານຕ່າງໆໄປນຳ .

  1. ໝົດປັນຫາລູກເຈັບທ້ອງ

ເພາະນ້ຳນົມແມ່ນັ້ນຍ່ອຍງ່າຍເຮັດໃຫ້ລູກບໍ່ຕ້ອງທໍລະມານກັບອາການເຈັບທ້ອງ ແຕ່ຖ້າລູກເຮົາກີນນົມງົວ ຫຼື ນົມປະເພດອື່ນຈະພົບປັນຫາເຈັບທ້ອງໄດ້ຫຼາຍກ່ວາ.

  1. ໝົດປັນຫາເລື່ອງລູກຕຸ້ຍເກີນໄປ

ເຄີຍເຫັນເດັກນ້ອຍໂຕອ້ວນໝ້າຮັກ ແຕ່ເດັກນ້ອຍເກີດໄໝ່ທີ່ເຮົາເຫັນອ້ວນໝ້າຮັກນັ້ນກໍ່ມີນ້ຳໝັກໂຕເກີນມາດຕະຖານ ສາເຫດມາຈາກການລ້ຽງລູກດ້ວຍນ້ຳນົມງົວ ຫຼື ນົມສັງເຄາະສະນິດອື່ນ ໃນຂະນະການລ້ຽງລູກດ້ວຍນົມແມ່ນັ້ນລູກນ້ອຍຈະບໍ່ມີບັນຫາເລື່ອງນ້ຳໝັກເກີນ ນ້ຳນັກຂອງລູກຈະເປັນໄປຕາມມາດຕະຖານຂອງເດັກນ້ອຍໃນແຕ່ລະໄວແບບທຳມະຊາດ.

  1. ໂອກາດເກີດຜື່ນຜ້າອ້ອມໝ້ອຍກວ່າ

ຜື່ນຜ້າອ້ອມເກີດຈາກຄວາມອັບຊື່ນ ແລະ ເກີດປະຕິກິລິຍາຂອງແບັດທີເຮຍ ຊຶ່ງກໍລະນີເຮົາລ້ຽງລູກດ້ວຍນົມງົວນັ້ນ ຂອງເສຍຂອງລູກຈະມີເຊື້ອແບັດທີເຮຍຫຼາຍກວ່າ ເມື່ອມາລວມກັບຄວາມອັບຊື່ນຈາກການໃຊ້ຜ້າອ້ອມຜີວຂອງລູກຈະເກີດອາການຜື່ນແດງໆ ຈຶງເອີ້ວ່າຜື່ນຜ້າອ້ອມ ຖ້າເຮົາລ້ຽງລູກດ້ວຍນ້ຳນົມແມ່ ຂອງເສຍຂອງລູກຈະມີແບັດທີເຮຍໝອ້ຍກວ່າຫຼາຍ ໂອກາດທີ່ລູກຈະຕ້ອງທໍລະມານກັບອາການຜື່ນຜ້າອ້ອມກໍ່ຈະລົດລົງອີກ.

  1. ສານສຳພັນລະຫວ່າງແມ່ແລະລູກ

ການໃຫ້ລູກໄດ້ດູນົມຈາກເອີກແມ່ເອງ ເປັນຄວາມຮູ້ສືກທີ່ຍາກອະທິບາຍ ມີແຕ່ແມ່ທີ່ເຄີຍໃຫ້ລູກດູດນົມຈາກຕົວເອງເທົ່ານັ້ນບັນຍາຍຄວາມຮູ້ສືກ ຄວາມສຸກໃຈທີ່ເກີດຂື້ນໃນຕົວຂອງແມ່ຄົນນັ້ນໄດ້ເອງ ນອກຈາກນັ້ນຕະຫຼອດເວລາທີ່ລູກດູດນົມຈາກເອີກແມ່ ລູກກໍ່ຈະເບິ່ງໝ້າແມ່ຂອງຕົວເອງ ຊຶ່ງເວລາທີ່ແມ່ໃຫ້ນົມລູກນັ້ນເປັນຊ່ວງເວລາທີ່ມີຄຸນຄ່າທີ່ສຸດ ເພາະແມ່ລູກຈະໄດ້ສົບຕາກັນໄດ້ເວົ້າຈາ ໄດ້ສະແດງຄວາມຮັກຕໍ່ກັນເຮັດໃຫ້ລູກສາມາດຮັບຮູ້ໄດ້ວ່າແມ່ຂອງເຂົາຮັກເຂົາຫຼາຍຊ່ຳໃດນອກຈາກນັ້ນການທີ່ລູກດູດນົມແມ່ຕະຫຼອດ ຈະເຮັດໃຫ້ລູກຈື່ກີ່ນ,ສຽງ,ໝ້າຕາ ແລະ ສຳພັນຕ່າງໆ ຂອງແມ່ໄດ້ໄວກວ່າເດັກທີ່ກີນນົມຈາກແກ້ວນົມ.

  1. ຮ່າງກາຍແມ່ຈະລົດລົງໄດ້ໄວກວ່າ

ຫຼັງຈາກການເກີດລູກຮ່າງກາຍຂອງແມ່ນ້ຳໝັກຈະລົດລົງໄປແນ່ແລ້ວ ແຕ່ລະບົບພາຍໃນລວມທັງມົດລູກອາດຈະຍັງບໍ່ເຂົ້າໃຈເທົ່າທີ່ຄວນ ການລ້ຽງລູດໂດຍການໃຫ້ລູກດື່ມນົມຈາກເອີກແມ່ນັ້ນ ຈະຊ່ວຍກະຕຸ້ນໃຫ້ຮ່າງກາຍຂອງແມ່ນັ້ນລັ່ງຮໍໂມນຊະນິດໝຶ່ງເຊິ່ງຈະອອກມາສະເພາະຕອນທີ່ໃຫ້ນົມລູກເທົ່ານັ້ນ ໂດຍຮໍໂມນຊະນິດໝຶ່ງຈະຊ່ວຍໃຫ້ໝົດລູກຫົດຕົວເຂົ້າທີ່ໄດ້ຢ່າງໄວ ນອກຈາກນັ້ນການທີ່ຮ່າງກາຍຈະຜະລິດນົມແມ່ຈະຊ່ວຍເຜົາຜານໄຂມັນຕ່າງໆ ຕາມໝ້າທ້ອງອອກໄປນຳ ເຮັດໃຫ້ຮູບຮ່າງຂອງແມ່ທີ່ເກີດລູກໄໝ່ກັບມາຈ່ອຍໄດ້ໄວກວ່າທີ່ລ້ຽງດ້ວຍນົມງົວ ຖ້າເຮົາໃຫ້ລູກກີນນົມແມ່ຕະຫຼອດ 6 ເດືອນທຳອິດຫຼັງເກີດ ນ້ຳໝັກໂຕ ແລະ ຮູບຮ່າງຂອງແມ່ເກືອບຈະເຂົ້າຮູບແລະເກືອບຈະກັບມາເປັນປົກກະຕິ.

  1. ເປັນອາຫານທີ່ສະດວກທີ່ສຸດສຳລັບລູກຕະຫຼອດ 24 ຊົ່ໂມງ

ນົມແມ່ເປັນແຫຼ່ງເຕີມພະລັງຂອງລູູກນ້ອຍຂອງເຮົາທີ່ສາມາດໃຫ້ລູກກິນໄດ້ຕະຫຼອດ 24 ຊົ່ງໂມງ ເມື່ອໃດທີ່ລູກຫີວເຮົາກໍ່ສາມາດໃຫ້ລູກກີນນົມຈາກເອີກເຮົາໄດ້ທັນທີບໍ່ຕ້ອງນຳເຕົ້ານ້ຳຮ້ອນ,ນົມຜົງ ໃຫ້ຍຸ້ງຍາກ ສະດວກແລະວ່ອງໄວທັນໃຈລູກທີ່ສຸດ.

  1. ເປັນນົມອຸ່ນໆພ້ອມດື່ມໄດ້ຕະຫຼອດຈາກເອີກແມ່

ຄຸນນະສົມບັດພິເສດທີ່ຫານົມອື່ນໆໃນໂລກນີ້ບໍ່ໄດ້ອີກແລ້ວນັ້ນຄື ການລ້ຽງລູກດ້ວຍນົມແມ່ນັ້ນ ແມ່ບໍ່ໄດ້ກັງວົນວ່ານົມແມ່ນັ້ນຈະຮ້ອນເກີນໄປ ຫຼື ເຍັນເກີນໄປສຳລັບລູກ ເພາະນົມແມ່ທີ່ອອກມາຈາກເຕົ້ານັ້ນຈະມີອຸນຫະພູມທີ່ພໍເໝາະກັບລູກຂອງເຮົາທັນທີ ຖ້າລ້ຽງລູກດ້ວຍນົມງົວ ເຮົາຄົງຕ້ອງຕວດສອບກ່ອນສະເໝີວ່ານົມທີ່ປະສົມນັ້ນຈະຮ້ອນເກີນໄປລືເຍັນເກີນໄປຫຼືບໍ່.

ນ້ຳນົມຈະມີລາຍຫຼືໝ້ອຍຈະມີພູມຕ້ານທານຫຼາຍ ຫຼື ໝ້ອຍ ຂື້ນຢູ່ກັບອາຫານ ການຜັກຜ່ອນ ແລະ ອາລົມຂອງແມ່ເປັນຫຼັກ ຖ້າແມ່ເບິ່ງແຍງຮ່າງກາຍເປັນຢ່າງດີກີນອາຫານທີ່ມີປະໂຫຍດນອນຫຼັບພຽງພໍ ແລະ ບໍລິຫານອາລົມຕົວເອງໃຫ້ດີຢູ່ສະເໝີ ກໍ່ຈະມີນ້ຳນົມໃຫ້ລູກເຮົາກີນພຽງພໍແນ່ນອນ.

 

 

Back to blog

Leave a comment

Please note, comments need to be approved before they are published.