ອາຫານໂປຕີນສູງສຳລັບສາຍເຈແລະສາຍມັງສະວິຮັດ
Share
ບໍ່ຕ້ອງແປກໃຈທີ່ພືດຜັກກໍ່ມີໂປຕີນ ເພາະໂປຕີນເປັນສານອາຫານສຳຄັນຕໍ່ຮ່າງກາຍມີໝ້າທີ່ຊອມແຊມ ແລະ ສ້າງກລ້າມເນື້ອ ສາຍມັງແລະສາຍເຈ ອາຈະສົງໃສວ່າ...ຮ່າງກາຍຂາດໂປຕີນເກີນໄປບໍກີນແຕ່ຜັກໄດ້ຮັບປະໂຫຍດຄົບບໍ່ ມື້ນີ້ Shopping-d online soupermarket ມີແຫຼ່ງອາຫານຫຼາຍໂປຕີນດີຈາກຜັກອີກຫຼາຍຊະນິດທີ່ໃຫ້ປະລິມານໂປຕີນເຊັ່ນກັນໂປຕີນຈະເຊື່ອງຢູ່ໃນພືດຜັກຊະນິດໃດເຮົາມາຮູ້ພ້ອມໆກັນເລີຍ.
- ບ໋ອກໂຄລີ່ (broccoli) : ເປັນອີກ 1 ໃນຜັກທີ່ມີໂປຕີນສູງ ໂດຍປະລິມານ 1 ຖ້ວຍ ( 96ກລາມ ) ຈະໃຫ້ໂປຕີນປະມານ 3 ກລາມ ແລະໃຫ້ພະລັງງານ 31 ແຄລຮໍຮີ່.
- ເຫັດຫຼາຍຊະນິດ (mushroom) : ເຫັດບໍ່ແມ່ນທັງທັນຍາພືດ ແລະ ຜັກແຕ່ກໍ່ມັກນຳມາປຸງເປັນເມນູຕ່າງໆ ເພາະລົຊາດທີ່ແຊບແລະປະໂຫຍດຈາກເຫັດກໍ່ຫຼາຍແທ້ໆ ສ່ວນໂປຕີນຈາກເຫັດປຸງສຸກ 1 ຖ້ວຍມີໂປຕີນເຖິງ 3,5 ກລາມ.
- ກະລ່ຳດາວ (brussels sprouts) : ເຖິງຈະມີຂະໝາດນ້ອຍແຕ່ກໍ່ປຽບໄປດ້ວຍປະໂຫຍດຫຼາກຫຼາຍ 100ຫລາມມີໂປຕີນສູງເຖິງ 3,4 ກລາມ ຖ້າຍາກເພີ່ມໂປຕີນແບບບໍ່ກີນເນື້ອສັດ ຈັດກະລ່ຳຈັກຈາກກໍ່ດີເລີຍຈາ.
- ໝາກຖົ່ວລັນເຕົາ (peas) : ເປັນທັນຍາພືດຫຼາຍປະໂຫຍດທັງວິຕາມີນເອ,ວິຕາມີນບີ,ວິຕາມີນຊີ,ວິຕາມີນອີ ແລະຍັງມີໂປຕຕນສູງ ໂດຍຖົ່ວລັນເຕົາປະລິມານ 100ກລາມ ໃຫ້ໂປຕີນສູງເຖິງ 5ກລາມ ມີພະລັງງານນ້ອຍເໝາະສົມສຳລັບຄົນທີ່ກຳລັງລົດນ້ຳໜັກຢ່າງດຽວ.
- ມັນຝຮັ່ງ (potatoes) : ຫຼາຍຄົນທີ່ມັກກີນມັນຝຮັ່ງ ເພາະສາມາດນຳມາດັດແປງເຮັດອາຫານຫຼາກຫຼາຍເມນູ ໂດຍມັນຝຮັ່ງ 100ກລາມ ຈະມີໂປຕີນຢູ່ 2,3ກລາມ ຫາກເປັນມັນຝຮັ່ງອົບຫົວຫອມໃຫ່ຍມີໂປຕີນສູງເຖິງ 8ກລາມ ແຕ່ກໍ່ບໍ່ຄວາມຫຼາຍເກີນໄປ ເພາະມັນຝຮັ່ງເປັນອາຫານທີ່ມີແຄລຮໍລີ່ພໍສົມຄວນ.
ສາມາດນຳເຄັດລັບການເລືອກຜັກຕ່າງໄປປັບໃຊ້ກັນໄດ້ເພື່ອໃຫ້ຮ່າງກາຍໄດ້ຮັບສານອາຫານທີ່ຄົບຖ້ວນບໍວ່າເຮົາຈະເປັນສາຍເຈຫຼືສາຍມັງກໍ່ແຂງແຮງໄດ້ເຊັ່ນກັນ.
Credit: www.healthyisatrend.com