ອາຫານຟື້ນຟູຮ່າງກາຍ

ອາຫານຟື້ນຟູຮ່າງກາຍ

            ອາຫານສຳລັບຜູ້ປ່ວຍໃນຊ່ວງຟື້ນຟູຮ່າງກາຍຫຼັງຜ່າຕັດເປັນສິ່ງສຳຄັນທີ່ບໍ່ຄວນເບິ່ງຂ້າມ ເພາະຄຸນຄ່າທາງອາຫານທີ່ເໝາະສົມ ເປັນສ່ວນສຳຄັນໃນການຊອມແຊມສ່ວນທີ່ເລິກຊ່ວຍເລື່ອງບາດແຜທັງພາຍນອກແລະພາຍໃນຮ່າງກາຍ ໃຫ້ເນື້ອເຍື່ອຕິດກັນຊຶ່ງຜູ້ປ່ວຍທີ່ໄດ້ຮັບການຜ່າຕັດສາມາດຟື້ນຟູຮ່າງກາຍກັບສູ່ສະພາບທີ່ແຂງແຮງ ແລະ ກັບມາໃຊ້ຊີວິດປະຈຳວັນໄດ້ຄືເກົ່າ.

  1. ໄຂມັນດີ: ຄືກົດໄຂມັນທີ່ອື່ມຕົວ ນອກຈາກຈະໃຫ້ພະລັງງານສູງແລ້ວຍັງຊ່ວຍປ້ອງກັນໄຂມັນສະລາຍໂປຕີນຈາກລາມເນື້ອມາໃຊ້ເປັນພະລັງງານໃນການຊ່ອມແຊມເຍື່ອຫຸ້ມເຊວມີສ່ວນຊ່ວຍໃຫ້ແຜສະໝານໄດ້ໄວຂື້ນ ພົບເຫັນໃນນ້ຳມັນໝາກກອກ,ນ້ຳມັນລຳເຂົ້າ,ນ້ຳມັນຖົ່ວລິສົງ,ນ້ຳມັນຖົ່ວເຫຼືອງ,ນ້ຳມັນງາ,ຖົ່ວເປືອກແຂງເຊັ່ນວ ເອົາມອນ ເມັດໝາກມ່ວງຫີນມະພານ ຖົ່ລິສົງ.
  2. ວິຕາມີນຊີ: ເປັນສານຕ້ານອະນຸມູນອິດສະຫຼະ ສານອາຫານທີ່ຮ່າງກາຍຈຳເປັນໃນຂະນະທີ່ຮ່າງກາຍເກີດອັກເສບ ແລະຍັງຊ່ວຍໃນການດູດຊືມທາດເຫຼັກ ຊ່ວຍເສີມການສ້າງໃນເມັດເລືອດແດງ ເພື່ອທົດແທນເລືອດທີ່ສູນເສຍໄປ ແລະຊ່ວຍເລື່ອງຄວາມແຂງແຮງຂອງຜະໝັງຫຼອດເລືອດ ມີບົດບາດສຳຄັນໃນການສ້າງເສັ້ນໃຍຄໍລາເຈນໄຕ້ຜີວໝັງ ກະຕຸ້ນການເຮັດວຽກຂອງລະບົບພູຄຸ້ມກັນຂອງຮ່າງກາຍໄດ້ດີ.
  3. ວິຕາມີນເອ: ຊ່ວຍກະຕຸ້ນການແບ່ງເຊວໃນຂະບວນການສ້າງຜີວໝັງໄໝ່ ແລະຄວບຄຸມສົມດຸນຂອງການເກີດການອັກເສບພາຍໃນຮ່າງກາຍບໍ່ໃຫ້ນ້ອຍ ຫຼື ຫຼາຍເກີນໄປ ຫາກຂາຍວິຕາມີນເອຈະສົ່ງຜົນໃຫ້ແຜຕິດເຊື້ອງ່າຍ ແລະ ນານດີ ແຫຼ່ງຂອງວິຕາມີນພົບໃນຜັກສີເຫຼືອງ ຫຼື ສີສົ້ມເຊັ່ນ: ໝາກໂມ ໝາກຫຸ່ງ.
  4. ທາດເຫຼັກ: ເປັນສ່ວນປະກອບສຳຄັນຂອງຮີໂມໂກສບິນໃນເມັດເລືອດແດງທີ່ຄອຍລຳລ້ຽງອອກຊີເຈນໄປຍັງສ່ວນຕ່າງໆຂອງຮ່າງກາຍລວມທັງບາດແຜ ສ່ວນສັງກະສີເປັນແຮ່ທາດສຳຄັນ ຊ່ວຍກະຕຸ້ນການສະໝານແຜໄດ້ດີ ໂດຍເຮັດໝ້າທີ່ຮ່ວມກັບເອັນໄຊສຫຼາຍຊະນິດໃນຮ່າງກາຍທີ່ກ່ຽວຂ້ອງກັບການສ້າງສານພັນທຸກຳສຳລັບການແບ່ງເຊວຜີວໝັງ ພົບເຫັນຫຼາຍໃນຈຳພວກເນື້ອລ້ວນບໍ່ຕິດໝັງຕິດມັນ ປາ ໄຂ່ ອາຫານທະເລ ຜັກກາດນາ ບ໋ອກໂຄລີ່ ຜັກໂຫມ ຜັກບົ້ງ ຖົ່ວເມັດແຫ້ງ ເຕົ້າຫູ້ ແລະ ຜັກໃບຂຽວ ແຕ່ແນວໃດກໍ່ຕາມການເສີມທາດເຫຼັກ ແລະ ສັງກະສີໃຫ້ກັບຮ່າງກາຍນັ້ນຄວນຢູ່ໃນປະລິມານທີ່ພໍດີ.

Credit: www.Paolophahol.com

Back to blog

Leave a comment

Please note, comments need to be approved before they are published.