ອາຫານບຳລຸງມົດລູກຍາກໃຫ້ມົດລູກແຂງແຮງບໍ່ແທ້ງງ່າຍ
Share
ສຳລັບຜູ້ຍິງແລ້ວມົດລູກມີຄວາມສຳຄັນຫຼາຍ ເນື່ອງຈາກເປັນລະບົບສືບພັນຂອງເພດຍິງ ຖ້າຜູ້ຍິງທີ່ຄິດຈະມີລູກ ຫຼື ຍາກຖືພາຢ່າງປອດໄພຕ້ອງໝັ່ນເຮັດໃຫ້ມົດລູກມີສຸຂະພາບແຂງແຮງດີ ໂດຍເລີ່ມຈາກການກີນອາຫານເພື່ອເສີມສ້າງມົດລູກໃຫ້ແຂງແຮງ
- ໄຟເບີ: ອາຫານທີ່ມີເສັ້ນໃຍຫຼາຍໆ ຈະຊ່ວຍໃຫ້ເຮົາສາມາດກຳຈັດຂອງເສຍ ແລະ ສານຜິດອອກຈາກຮ່າງກາຍ.
- ຜັກ: ຜັກເປັນແຫຼ່ງຂອງແຄລຊ້ຽມ ໂພແທສຊ້ຽມ ແມກນິຊ້ຽມ ແລະ ວິຕາມີນ ຊື່ງປະໂຫຍດຂອງຜັກຈະຊ່ວຍຍັບຍັ້ງເນື້ອງອກໃນມົດລູກ ແລະມະເຮັງເຕົ້ານົມໄດ້ໂດຍສະເພາະພືດຕະກູນຖົ່ວ ກະລ່ຳປີ ຜັກຫ້ອງເຕ້ ທີ່ອຸດົມໄປດ້ວຍໄຟໂຕເຈນ.
- ໝາກໄມ້: ສ່ວນໃຫ່ຍອຸດົມໄປດ້ວຍວິຕາມີນຊີ ແລະ ວິຕາມີນຟີໄບໂອຟາໂວນອຍ ຊ່ວຍໃນເລື່ອງຍັບຍັ້ງການຈະເລີນເຕີບໂຕຂອງເນື້ອງອກ ການຫຼັ່ງສານທີ່ເຮັດໃຫ້ເກີດອາການແພ້ຮັກສາແຜໃນກະເພາະອາຫານ ແລະ ຍັບຍັ້ງການເກີດເຊື້ອຈຸລີນຊີ.
- ຜະລິດຕະພັນຈາກນົມ: ການບໍລິໂພກຈາກນົມເຊັ່ນ: ໂຍເກີດ ຊີດ ນົມ ແລະເນຍທຸກມື້ຈະເຮັດໃຫ້ສຸຂະພາບມົດລູກຂອງຜູ້ຍິງແຂງແຮງ ເພາະຜະລິດຕະພັນເຫຼົ່ານີ້ປະກອບໄປດ້ວຍ ແຄລຊ້ຽມ ແລະ ວິຕາມີນດີ.
- ຊາຂຽວ: ເຕັມໄປດ້ວຍສານຕ້ານອະນຸມູນອິດສະຫຼະ ຊື່ງຊ່ວຍຮັກສາມົດລູກທີ່ແຂງແຮງເທົ່ານັ້ນແຕ່ຍັງຊ່ວຍປ້ອງກັນບໍ່ໃຫ້ເກີດເນື້ອງອກໃນມົດລູກໄດ້ຄືກັນ.
- ປານ້ຳເລີກ: ປາທີ່ຈະເລີນເຕີບໂຕໃນນ້ຳເລີກເຊັ່ນ: ປາທູ ແລະປາເຊວມອນ ມັກຈະອຸດົມໄປດ້ວຍກົດໄຂມັນຈຳເປັນໂອເມກ້າ 3 ຊື່ງຈະຊ່ວຍລົດການຜະລິດໂພຮສະຕາແກນດິນທີ່ມີຜົນຕໍ່ການບີບຫົດເກັງຕົວຂອງກ້າມເນື້ອໂດຍສະເພາະກ້າມເນື້ອຮຽບຂອງມົດລູກມນຮ່າງກາຍຂອງຜູ້ຍິງ ບາງເທື່ອຄວາມຮຸນແຮງຂອງການບີບຮັດຕົວຂອງມົດລູກອາດເຮັດໃຫ້ມົດລູກຢູ່ໃນທ່າທີ່ຜິດປົກກະຕິໄດ້.
- ໝາກນາວ: ຫຼາຍຄົນຈະຮູ້ວ່າໝາກນາວອຸດົມໄປດ້ວຍວິຕາມີນຊີ ແລະ ຊ່ວຍເພີ່ມລະບົບພູມຄຸ້ມກັນໃຫ້ຮ່າງກາຍຄົນເຮົາໄດ້ເປັນຢ່າງດີ ຊື່ງວິຕາມີນຊີຈາກໝາກນາວນີ້ຈະຊ່ວຍໃນການປັບລະບົບພູຄຸ້ມກັນໃນມົດລູກ ປ້ອງກັນບໍ່ໃຫ້ເກີດການຕິດເຊື້ອຈາກແບັກທີເຮຍທີ່ມົດລູກດັ່ງນັ້ນ ໃນທຸກໆເຊົ້າ ແນະນຳໃຫ້ລອງບີບໝາກນາວລົງໃນນ້ຳອຸ່ນໆ ຈັກແກ້ວເພື່ອເສີມສ້າງມົດລູກທີ່ແຂງແຮງໃນຕອນເຊົ້າ.
- ເມັດຖົ່ວ: ມີຄວາມສຳຄັນກັບຮ່າງກາຍຜູ້ຍິງຫຼາຍເພາະມັນເປັນຕົວຊ່ວຍໃນການຜະລິດຮໍໂມນ ເມັດຖົ່ວທີ່ຄົນນິຍົມກີນກັນເຊັ່ນ: ເອົາມ້ອນ,ໝາກມ່ວງຫິມະພານ ເນື່ອງຈາກພວກນີ້ຈະອຸດົມໄປດ້ວຍກົດໄຂມັນໂອເມກ້າ 3 ແລະຄໍເລສເຕີຮໍ ຊື່ງກົດໄຂມັນໂອເມກ້າ 3 ຈະຊ່ວຍຍັບຍັ້ງການເກີດເນື້ອງອກໃນມົດລູກ ແລະປ້ອງກັນມະເຮັງມົດລູກໄດ້ເປັນຢ່າງດີ.
Credit: www.th.theasianparent.com