
ອາຫານການກີນໃນໄວຜູ້ສູງອາຍຸ
ໄວສູງອາຍຸເປັນໄວທີ່ມີການປ່ຽນແປງຢ່າງເຫັນໄດ້ຊັດ ທັງທາງດ້ານຮ່າງກາຍ ແລະ ຈິດໃຈສະພາບຮ່າງກາຍຈະເຫັນໄດ້ວ່າຈະເສື່ອມລົງຕາມອາຍຸໄຂ ສະພາບຈິດໃຈມີການປ່ຽນແປງງ່າຍ ຂີ້ຫງຸດຫງິດມີຄວາມກັງວົນເນື່ອງຈາກມີການເຈັບປ່ວຍ ຫຼື ການເສື່ອມຂອງລະບົບຕ່າງໆ ໃນຮ່າງກາຍ.
- ໄຂມັນ: ຄວນໃຊ້ນ້ຳມັນຖົ່ວເຫຼືອງ ນ້ຳມັນດອກຕາເວັນ ຫຼື ນ້ຳມັນເຂົ້າໂພດ ໃນການປຸງແຕ່ງອາຫານເພາະເປັນນ້ຳມັນທີ່ມີກົດໄລໂນອິກ ຊຶ່ງເປັນກົດໄຂມັນທີ່ຈຳເປັນຕໍ່ຮ່າງກາຍສາມາດຄວບຄຸມລະດັບໂຂມັນໃນເລືອດ ເທົ່າກັບການ່ວຍລົດພາວະຫຼອດເລືອດແຂງ ແລະ ໂລກຫົວໃຈຂາດເລືອດ.
- ແປ້ງ ແລະ ນ້ຳຕານ: ຄົນສູງອາຍຸຄວນຮັບປະທານເຂົ້າໃຫ້ນ້ອຍລົງຄວນກີນໃນປະລິມານທີ່ພໍເໝາະເຊັ່ນ: ມື້ລະ 1 ຈານ ຫຼີກລ່ຽງອາຫານຫວານຈັດ ແລະ ຂອງຫວານທຸກຊະນິດ ອາຫານຈຳພວກ ເຂົ້າ ແປ້ງນ້ຳຕານ ເຜືອກ ມັນໃຫ້ສານທີ່ຮ້ອງວ່າ ຄາຮໂບໄຮເດສ ຊຶ່ງໃຫ້ພະລັງງານຕໍ່ຮ່າງກາຍຖ້າຮັບປະທານຫຼາຍເກີນໄປຈະສະສົມເປັນໄຂມັນຄວນຮັບປະທານແຕ່ພໍດີຈະເປັນການດີ.
- ແຮ່ທາດແລະວິຕາມີນ: ແຮ່ທາດທີ່ຜູ້ສູງອາຍຸຕ້ອງການ ແລະ ມັກຈະຂາດຄືທາດແຄລຊ່ຽມ ແລະ ທາດສັງກະສີ ທາດແຄລຊ່ຽມເປັນສ່ວນປະກອບສຳຄັນຂອງກະດູກພົບເຫັນຫຼາຍໃນນົມ ຜັກໝາກໄມ້ ເມັດງາ ຜູ້ສູງອາຍຸຈຶ່ງຄວນຮັບປະທານນົມແຕ່ຄວນເປັນນົມພ່ອງມັນເນີຍເພື່ອລົດປະລິມານໄຂມັນທີ່ບໍ່ຈຳເປັນອອກໄປ ວິຕາມີນເປັນສານອາຫານອີກຊະນິດໝຶ່ງທີ່ຈຳເປັນສຳລັບຮ່າງກາຍເພື່ອຊ່ວຍການເຜົາຜານອາຫານທີ່ບໍລິໂພກໃຫ້ເປັນພະລັງງານ ແລະ ສາມາດນຳໄປໃຊ້ໃນຮ່າງກາຍ ເຮັດໃຫ້ຮ່າງກາຍສາມາດເຮັດວຽກໄດ້ຕາມປົກກະຕິ.
- ໃຍອາຫານ: ຄົນສູງອາຍຸຄວນຮັບປະທານອາຫານທີ່ເປັນພວກໃຍອາຫານຫຼາຍຂື້ນ ເພື່ອປ້ອງກັນອາການທ້ອງເສຍໃຍອາຫານບໍ່ໄດ້ເປັນສານອາຫານ ແລະ ບໍ່ໄດ້ໃຫ້ພະລັງງານ ແຕ່ຮ່າງກາຍຄວນໄດ້ຮັບທຸກມື້ເພາະຊ່ວຍໃນການຂັບຖ່າຍ ຊຶ່ງພົບວ່າຜູ້ສູງອາຍຸມັກມີປັນຫາທ້ອງເສຍຢູ່ສະເໝີ ໃຍອາຫານຊ່ວຍເພີ່ມປະລິມານຂອງອຸດຈລະໃຍອາຫານໄດ້ມາຈາກເຂົ້າກ່ຳ ຖົ່ວຕ່າງໆ ຜັກ ແລະ ໝາກໄມ້.
- ຜັກແລະໝາາກໄມ້: ຜັກຕ່າງໆ ໄດ້ແກ່ຜັກໃບຂຽວເຊັ່ນ: ຜັກບົ້ງ ຜັກກາດຂາວ ຜັກກາດນາ ຜັກຫ້ອງເຕ້ ປະເພດໝາກໄມ້ເຊັ່ນ: ໝາກແຕງ ໝາກມະຮະ ໝາກອຶ ກະລົດ ເປັນອາຫານທີ່ອຸດົມດ້ວຍສານອາຫານປະເພດວິຕາມີນ ແລະ ເກຶອແຮ່ ຜູ້ສູງອາຍຸສາມາດກີນໄດ້ບໍ່ຈຳກັດແຕ່ຄວນຮັບປະທານຫຼາຍໆ ຊະນິດສະລັບກັນຄວນກີນຜັກນື້ງຫຼືຕົ້ມສຸກບໍ່ຄວນກີນຜັກດິບເພາະຍ່ອຍຍາກເຮັດໃຫ້ທ້ອຝອືດໄດ້.
- ດື່ມນ້ຳ: ຄົນສູງອາຍຸຄວນຮັບປະທານນ້ຳປະມານ 1 ມລ ຕະຫຼອດໝົດມື້ຄວນຈະປັບເອງໄດ້ ຕາມແຕ່ຄວາມຕ້ອງການຂອງຮ່າງກາຍ ໂດຍໃຫ້ເບິ່ງວ່າປັດສະວະມີສີເຫຼືອງອ່ອນໆ ເກືອບຂາວສະແດງວ່ານ້ຳໃນຮ່າງກາຍພຽງພໍແລ້ວ.
Credit: www.bangkokhealth.com
Leave a comment