ສູດຮັກສາຜົມລົ່ນດ້ວຍຂິງ

ສູດຮັກສາຜົມລົ່ນດ້ວຍຂິງ

ນ້ຳມັນຈາກຂິງຈະຊ່ວຍໃຫ້ຮາກຜົມທີ່ອ່ອນແອກັບມາແຂງແຮງຂື້ນ ແລະຖ້າເຮັດເປັນປະຈຳຈະກະຕຸ້ນການເກີດໄໝ່ຂອງເສັ້ນຜົມ ໂດຍມີຫຼາຍສູດໃຫ້ເລືອກລອງເຮັດໃຊ້ເບິ່ງ.

  1. ສູດທີ່1 : ນ້ຳຂິງແກ່ 1 ແງ່ໄປຂາງໄຟຈົນອຸ່ນ ຈາກນັ້ນນຳໄປຕຳໃຫ້ລະອຽດ ແລ້ວຫໍ່ດ້ວຍຜ້າຂາວບາງນຳມາປະຄົບໃສ່ກົກຜົມໃຫ້ທົ່ວ ປະໄວ້ປະມານ 20 ນາທີ ແລ້ວລ້າງຜົມໃຫ້ສະອາດ.
  2. ສູດທີ່2 : ເອົາຂີງມາປອກເປືອກອອກແລ້ວຊອຍເປັນຕ່ອນນ້ອຍໆ ຈາກນັ້ນນຳໄປປັ່ນໃຫ້ລະອຽດແລ້ວຄັ້ນເອົານ້ຳ ໄປປະສົມກັບນ້ຳມັນໝາກພ້າວຄົນຈົນເປັນເນື້ອດຽວກັນ ເອົານ້ຳຂິງທີ່ປະສົມນ້ຳມັນໝາກພ້າວມາໝັກຜົມໄວ້ 10-15 ນາທີແລ້ວລ້າງອອກ.
  3. ສູດທີ່3 : ໂດຍຕ້ອງຕຽມຂິງນ້ຳມັນໝາກພ້າວສະກັດເຍັນ ແລະຫອມບົ່ວແດງ ມາປະສົບກັນແລ້ວຄົນໃຫ້ເຂົ້າກັນແລ້ວນວດຜົມເບົາໆ ໂດຍສະເພາະບໍລິເວນຜົມບາງແລ້ວອົບຜົມໄວ້ 15 ນາທີ ຈື່ງລ້າງອອກ ນ້ຳຂິງທີ່ຊືມເຂົ້າໝັງຫົວຈະຊ່ວຍໃຫ້ເສັ້ນຜົມກັບມາແຂງແຮງ ແຕ່ບໍ່ຄວນປະໄວ້ກາຍ 15 ນາທີ ເພາະຄວາມຮ້ອນຂອງຂິງຈະເຮັດໃຫ້ໝັງຫົວແສບຮ້ອນໄດ້.

Credit: www.health.kapook.com

Back to blog

Leave a comment

Please note, comments need to be approved before they are published.