ສັບພະຄຸນ ແລະ ປະໂຫຍດຂອງຜັກຫວານ

ສັບພະຄຸນ ແລະ ປະໂຫຍດຂອງຜັກຫວານ

ຜັກຫວານເປັນຜັກພື້ນບ້ານຊະນິດໝຶ່ງທີ່ນິຍົມນຳມາຮັບປະທານທັງໃນແບບປົກກະຕິແລະໃນແບບສະໝູນໄພເພື່ອຮັກສາໂລກຕ່າງໆ ຜັກຫວານເປັນໄມ້ຍືນຕົ້ນຂະໝາດໃຫ່ຍທີ່ມີໃບແລະຍອດເປັນສີຂຽວອ່ອນ ປະໂຫຍດຂອງຜັກຫວານນັ້ນມີຫຼາຍອຸດົມໄປດ້ວຍຄຸນຄ່າທາງໂພຊະນາການ ໂດຍມີໂປຕີນ ວິຕາມີນແລະໃຍອາຫານທີ່ຊ່ວຍໃນການຂັບຖ່າຍ ເນື່ອງຈາກການນິຍົມບໍລິໂພກຜັກຫວານສູງຂື້ນ ປະຈຸບັນຈຶ່ງມີການນຳຜັກຫວານມາປູກເປັນກະເສດເຮັດໃຫ້ສາມາດຫາຮັບປະທານໄດ້ງ່າຍກວ່າເມື່ອກ່ອນ.

# ປະໂຫຍດຂອງຜັກຫວານມີດັ່ງນີ້:

  • ຜັກຫວານສາມາດນຳມາປຸງອາຫານໄດ້ຫຼາຍຊະນິດເຊັ່ນ: ແກງຈືດ,ແກງສົ້ມເປັນຕົ້ນ.
  • ນິຍົມນຳຜັກຫວານມາເຮັດແກງສົ້ມອາຫານຈັດຈຳພວກ ຕຳແລະລາບ ຫຼື ຈື້ມກັບແຈ່ວແລະນ້ຳພີກໄດ້ທຸກຊະນິດ.
  • ປະໂຫຍດຂອງຜັກຫວານ ຄົນໂບຮານນິຍົມນຳມາເຮັດສະໝູນໄພເພື່ອຮັກສາໂລກໄດ້ຫຼາຍຊະນິດ.
  • ມີໂປຕີນ ວິຕາມີນຊີ ແລະ ໃຍອາຫານສູງ ຊ່ວຍລົດອາການເລືອດອອກຕານໄຮແຂ້ວ ແລະ ຊ່ວຍໃຫ້ລະບົບຂັບຖ່າຍເຮັດວຽກໄດ້ດີ.
  • ຮາກຜັກຫວານ ສາມາດນຳມາຕົ້ມເພື່ອແກ້ອາການປວດມົດລູກ ແລະ ແກ້ດີພິການ.
  • ແກ່ນຕົ້ນຜັກຫວານສາມາດນຳມາຕົ້ມຮັບປະທານປກ້ອາການປວດຕາມຂໍ້.
  • ແກ້ຮ້ອນໃນກະຫາຍນ້ຳ ເຮັດໃຫ້ຮູ້ສືກຊຸ່ມຊື່ນຂື້ນ.
  • ຜັກຫວານອຸດົມໄປດ້ວຍສານຕ້ານອະນຸມູນອິດສະຫຼະທີ່ສຳຄັນ ຊ່ວຍລົດຄວາມສ່ຽງໃນການເກີດໂລກມະເຮັງເຊັ່ນ: ເບຕ້າແຄໂລທືນ ວິຕາມີນເອ ວິຕາມີນຊີ ແລະ ສານປະກອບຟີນອະລີກ
  • ຊ່ວຍລົດອາການໄຂ້ ເຮັດໃຫ້ຮູ້ສືກຊຸ່ມຊື່ນຂື້ນ.
  • ປະໂຫຍດຂອງຜັກຫວານ ນຳມາເຮັດຊາຜັກຫວານດື່ມແກ້ຮ້ອນໃນ ແລະ ຕ້ານອະນຸມູນອິດສະຫຼະ.
  • ຜັກຫວານມີປະໂຫຍດແກ້ອາການລະຄັບລະຄາຍ.
  • ຜັກຫວານມີແຄລຊ້ຽມ ແລະ ຟອດຟໍສລັດສູງ ມີປະໂຫຍດຊ່ວຍບຳລຸງກະດູກແລະແຂ້ວ.
  • ຜັກຫວານນຳມາເປັນສ່ວນປະກອບຂອງຢາເພື່ອແກ້ທາດໄຟ.
  • ປະໂຫຍດຂອງຜັກຫວານຊ່ວຍເພີ່ມນ້ຳນົມແມ່ຫຼັງການເກີດລູກ ໂດຍນຳມາຕົ້ມລວມກັບຕົ້ນນົມສາວ.
  • ໃບແລະຮາກສາມາດນຳມາຕຳເພື່ອຮັກສາແຜໄດ້ ຊ່ວຍໃຫ້ແຜຫາຍໄວຂື້ນ.

ປະໂຫຍດຂອງຜັກຫວານນັ້ນມີຫຼາຍ ແຕ່ກໍ່ມີຂໍ້ຄວນລະວັງໃນການບໍລິໂພດ ຄືຄວນບໍລິໂພກຜັກຫວານສະເພາະທີ່ເຮັດສຸກແລ້ວເທົ່ານັ້ນ ເນື່ອງຈາກການຮັບປະທານແບບດິບໆ ອາດຈະເຮັດໃຫ້ເກີດອາການແພ້ແລະເມົາໄດ້ ດັ່ງນັ້ນຈຶ່ງຄວນເຮັດສຸກກ່ອນທຸກເທື່ອເພື່ອທີ່ຈະໄດ້ຮັບປະໂຫຍດຈາກຜັກຫວານຢ່າງເຕັມທີ່.


Credit: www.เกร็ดความรู้.net.com

 

Back to blog

Leave a comment

Please note, comments need to be approved before they are published.