ສັບພະຄຸນນ້ຳເຜີ້ງປະສົມໝາກນາວ
Share
ສັບພະຄຸນຂອງນ້ຳເຜີ້ງໝາກນາວທີ່ລືກັນມາໄລຍະໝຶ່ງແລ້ວ ຈະເດັດດວງແລ້ວຊ່ວຍເບິ່ງແຍງສຸຂະພາບດ້ານໃດໄດ້ແນ່ມາຮູ້ກັນໃຫ້ຊັດເຈນກັນເລີຍ.
- ແກ້ໄອ: ໃນນ້ຳໝາກນາວມີກົດຊິດຮິກ ແລະວິຕາມີນຊີຢູ່ຫຼາຍ ຊື່ງກົດຊິດຮິກໃນນ້ຳໝາກນາວກໍ່ມີລິດຊ່ວຍລົດໄຂ້ ບັນເທົາອາການກະຫາຍນ້ຳ ຊ່ວຍໃຫ້ລຳຄໍຊຸ່ມຊື່ນ ແລະວິຕາມີນຊີຍັງມີສັບພະຄຸນຊ່ວຍແກ້ອາການຫວັດໄດ້ອີກດ້ວຍ.
- ແກ້ເຈັບຄໍ: ຖ້າໃຜມີອາການເຈັບຄໍ ຟືດຄືໄຂ້ຂື້ນລອງຈິບນ້ຳເຜີ້ງໝາກນາວອຸ່ນໆ ໂດຍບິບໝາກນາວເຄິ່ງໝ່ວຍຜະສົມໃນນ້ຳອຸ່ນ 1 ຈອກ ແລ້ວໃສ່ນ້ຳເຜີ້ງຈັກ 2 ບ່ວງຊາລົງໄປຄົນໃຫ້ເຂົ້າກັນ ທັງວິຕາມີນຊີ ແລະ ກົດຊິດຮິກ ແລະລິດຂ້າເຊື້ອໄວຮັດຂອງນ້ຳເຜີ້ງກໍ່ຈະບັນເທົາອາການເຈັບຄໍທີ່ເປັນຢູ່ໄດ້.
- ຊ່ວຍກະຕຸ້ນການເຮັດວຽກຂອງລະບົບຍ່ອຍອາຫານ: ເພາະໃນນ້ຳເຜີ້ງມີລິດຄ້າຍໆ ໂພໄບໂອຕິກ ຈື່ງຊ່ວຍປັບສົມດຸນການເຮັດວຽກຂອງລຳໃສ້ໄດ້ ລະບົບຍ່ອຍອາຫານຈື່ງມີຄວາມສົມດຸນເຮັດວຽກຄ່ອງແຕ້ວໃນລະດັບໝື່ງ ນອກນີ້ໝາກນາວເອງກໍ່ເປັນສະໝູນໄຟທີ່ມີສັບພະຄຸນຊ່ວຍແກ້ອາການທ້ອງອືດ ແໝ້ນທ້ອງ ດັ່ງນັ້ນໃຜທີ່ມີລະບົບຍ່ອຍອາຫານລອງຈິບໝາກນາວຈັກຈອກ.
- ແກ້ເຈັບທ້ອງ: ໝາກນາວມີລິດກະຕຸ້ນການເຮັດວຽກຂອງລຳໃສ້ໄດ້ໃນບາງຄົນ ເພາະຈັດເປັນຍາລະບາຍອ່ອນໆ ຖ້າຕ້ອງການດື່ມນ້ຳໝາກນາວແກ້ເຈັບທ້ອງ ແນະນຳໃຫ້ດື່ມນ້ຳໝາກນາວປະສົມນ້ຳເຜີ້ງແທນການໃສ່ນ້ຳເຊື່ອມ ຫຼືນ້ຳຕານ ເພື່ອຊ່ວຍລົດປະລິມານແຄລຮໍລີ່ ແລະປະລິມານນ້ຳຕານໃນຮ່າງກາຍຈະໄດ້ຮັບ ຂໍ້ສຳຄັນຄືຕ້ອງຈິບນ້ຳເຜີ້ງໝາກນາວໃນຕອນເຊົ້າ ກ່ອນອາຫານເຊົ້າໄດ້ຈະເປັນການດີ.
- ປ້ອງກັນໂລກກະເພາະປັດສະວະອັກເສບ: ເກີດຈາກຮ່າງກາຍຕິດເຊື້ອແບັດທີເຮຍ ຊື່ງພາວະນີ້ມັກຈະເກີດກັບຜູ້ຍິງຫຼາຍກວ່າຜູ້ຊາຍ ເນື່ອງຈາກທໍ່ປັດສະວະຂອງຜູ້ຍິງຈະມີຂະໝາດສັ້ນ ແລະຢູ່ໄກ້ທະວານໜັກ ໂອກາດຕິດເຊື້ອແບັດທີເຮຍຈາກທະວານຈື່ງມີຫຼາຍກວ່າເພດຊາຍ ແຕ່ໂລກນີ້ນ້ຳເຜີ້ງໝາກນາວຊ່ວຍປ້ອງກັນໄດ້ ເນື່ອງຈາກໝາກນາວເປັນສະໝູນໄພທີ່ມີໂພເທັກຊ້ຽມສູງ ແລະສານຊີວເຄມີຕົວນີ້ກໍ່ມີລິດຊ່ວຍຂັບສານຜິດທີ່ຕົກຄ້າງຢູ່ໃນກະເພາະປັດສະວະ ແລະຄັບອອກໄປໄດ້.
- ປຸກຄວາມສົດຊື່ນໃຫ້ຮ່າງກາຍ: ລົດຊາດສົ້ມຫວານຂອງນ້ຳເຜີ້ງໝາກນາວຊ່ວຍປຸກຄວາມສົດຊື່ນໃຫ້ເຮົາໄດ້ ເພາະໃນນ້ຳເຜີ້ງຟຮຸກໂຕສແລະກູຮໂຄສຈາກທຳມະຊາດແທ້ໆ ຮ່າງກາຍຈື່ງດູດຊຶມເຂົ້າກະແສເລືອດໄດ້ງ່າຍ ຈາກທີ່ຮູ້ສືກເພຍໆ ອ່ອນແຮງກໍ່ຈະຮູ້ສືກສົດຊື່ນໆ.
- ລົດຄວາມອ້ວນ: ການກີນນນ້ຳເຜີ້ງໝາກນາວຂອງເຮົານັ້ນຈະຊ່ວຍໃຫ້ຮູ້ສືກອື່ມໄວຂື້ນກີນອາຫານໄດ້ນ້ອຍລົງກວ່າເກົ່າ ນ້ຳເຜີ້ງໝາກນາວທີ່ເຮົາດື່ມເຂົ້າໄປຈະໄປເພີ່ມພື້ນທີ່ໃນກະເພາະອາຫານ ເຮັດໃຫ້ເຮົາຮູ້ສືກອື່ມໃນລະດັບໝື່ງ ແລະນ້ຳເຜີ້ງເອງກໍ່ມີຄຸນສົມບັດດູດຊືມໄວ ເຮັດໃຫ້ລະດັບນ້ຳຕານໃນເລືອດເຮົາເພີ່ມຂື້ນ ຈາກຕອນເຊົ້າໆຮູ້ສືກຫີວຫຼາຍອີກ ກໍ່ມີຄວາມຫີວລົດນ້ອຍລົງ ຄວາມຍາກອາຫານກໍ່ລົດລົງໄປນຳ.
Credit: www.health.kapook.com