ວິຕາມີນທີ່ລະລາຍໃນນ້ຳມັນ

ວິຕາມີນທີ່ລະລາຍໃນນ້ຳມັນ

ປະກອບດ້ວຍວິຕາມີນເອ,ດີ,ອີ ແລະເຄ.

  • ວິຕາມີນເອ ( Vitamin A ) : ພົບຫຼາຍໃນຕັບ ໄຂ່ແດງ ນ້ຳນົມ ເນີຍ ນ້ຳມັນຕັບປາ ພືດຊື່ງມີສານປະກອບພວກແຄໂຮທືນ ( Carotene ) ໄດ້ແກ່ຜັກສີເຫຼືອງ ຫຼື ສີສົ້ມເຊັ່ນ: ເຂົ້າໂພດ,ມັນຝຮັ່ງ,ໝາກຫຸ່ງສຸກ,ໝາກອຶ,ໝາກມີ້,ກ້ວຍຫອມ,ຜັກບົ້ງ,ຜັກກາດນາ,ໝາກເລັ່ນ ແລະອື່ນໆ.

ວິຕາມີນເອມີບົດບາດໃນຮ່າງກາຍ 3 ປະການຄື:

  1. ກ່ຍວກັບຕາຖ້າຂາດວິຕາມີນເອ ຈະກໍ່ໃຫ້ເກີດໂລກຕາຝາງການຄືນ,ໃນຕາແຫ້ງ,ຍ້ານແສງສະຫວ່າງ ແລະມັກມີການຕິດເຊື້ອ ເປັນເຫດໃຫ້ຕາບອດໄດ້ໃນທີ່ສຸດ.
  2. ຕໍ່ລະບົບທາງເດີນຫາຍໃຈຖ້າຂາດວິຕາມີນເອ ຈະເຮັດໃຫ້ເຊວທີ່ເຍື່ອດັງທາງເດີນຫາຍໃຈລອກຫຼຸດໄດ້ງ່າຍ ເຮັດໃຫ້ເກີດການອັກເສບຂອງທາງເດີນຫາຍໃຈ ອາດມີອັກເສບໃນຊ່ອງດັງ ໂພງດັງ ຫູອັກເສບເປັນແຜ.
  3. ຜີວໝັງຖ້າຂາດວິຕາມີນເອ ຜີວໝັງຈະມີລັກສະນະຫຍາບ ແຫ້ງກ້ານ ມີເມັດຜື່ນຕາມຜີວໝັງມາຮວມກັນເປັນຕຸ່ມ ມັງເປັນຕຸ່ມສາກໆ ຫຼືໝາມໆ.
  • ວິຕາມີນດີ ( Vitamin D ) : ພົບເຫັນໃນນ້ຳມັນຕັບປາ ນົມ ໄຂ່ແດງ ເປັນຕົ້ນ ສ່ວນVitamin D3 ໄດ້ຈາກປະຕິກິລິຍາໄດ້ຈາກ Ultamin D2 ໃນແສງແດດກັບສະເຕີຮອຍທີ່ຜີວໝັງ ວິຕາມີນດີຊ່ວຍປ້ອງກັນໂລກກະດູກອ່ອນໃນເດັກນ້ອຍ ແລະ ຜູ້ໃຫ່ຍ ຊ່ວຍໃນການດູດຊືມຂອງແຄລຊ້ຽມແລະຟອສຟໍຮັດ ເດັກນ້ອນທີ່ຂາດວິຕາມີນດີ ຈະເລີນເຕີບໃຫ່ຍຊ້າ ກະດູກແຂ້ວ ແຂນແລະຂາບໍ່ໄດ້ສັດສ່ວນ ຖ້າຮັບແສງແດດພຽງພໍຈຶ່ງບໍ່ມີປັນຫາກ່ຽວກັບການຂາດວິຕາມີນ.
  • ວິຕາມີນອີ ( Vitamin E ) : ພົບໃນນ້ຳມັນພືດ ໂດຍສະເພາະນ້ຳມັນດອກຄຳຝອຍ ແລະ ນ້ຳມັນຖົ່ວເຫຼືອງ ໄຂ່ ປາ ເນື້ອ ຕັບ ເຂົ້າກ່ອງ.
  • ວິຕາມີນເຄ ( Vitamin K or Coagulation Vitamin ) : ພົບເຫັນຫຼາຍໃນຜັກໃບຂຽວ ໝາກເລັ່ນ ດອກກະລ່ຳ ໂຂ່ແດງ ນ້ຳມັນຖົ່ວ ຕັບ ເນື້ອໜູ ເຮັດໝ້າທີ່ຄວບຄຸມການສັງເຄາະໂປຕີນທີ່ເຮັດໝ້າທີ່ຄວບຄຸມການແຂງຕົວຂອງເລືອດ ການຂາດວິຕາມີນເຄເຊັ່ນ: ການອຸດຕັນຂອງທໍ່ນ້ຳດີ ຫຼືຈາກການຜ່າຕັດລຳໃສ້ ຈະເຮັດໃຫ້ເລືອດແຂງຕົວຊ້າ ແລະເລືອດພາຍໃນຜີວໜັງໄດ້ງ່າຍ ໃນເດັກນ້ອຍແລກເກີດ ຖ້າຂາດວິຕາມີນເຄ ອາດເຮັດໃຫ້ເລືອດອອກຈາກໃສ້ບືໄດ້ ແຕ່ຖ້າໄດ້ຮັບວິຕາມີນເຄຫຼາຍເກີນໄປອາດເຮັດໃຫ້ເປັນໂລກໂລຫິດຈາງໄດ້.

Credit: www.Sitesgoogle .com


 

Back to blog

Leave a comment

Please note, comments need to be approved before they are published.