ຜັກສະລັດຍອດນິຍົມ
Share
- Rocket : ມີລົດອອກຂົມ ແລະເພັດຮ້ອນໝ້ອຍໝຶ່ງ ເລີຍເໝາະທີ່ຈະນຳໄປກີນເປັນຜັກສະລັດ ແຍັງອຸດົມໄປດ້ວຍວິຕາມີນເອ ແລະວິຕາມີນຊີສູງຫຼາຍອີກດ້ວຍ.
- Iceberg : ຜັກສະລັດກອບແກ້ວໄດ້ງີນແຕ່ຊື່ກໍ່ບົ່ງບອກເຖິງຄວາມກອບຂອງຜັກຊະນິດນີ້ ແລະຍັງມີຄວາມຫວານຢູ່ໃນຕົວອີກນຳ ບໍ່ແປກໃຈທີ່ເປັນຜັກອີກຊະນິດໝຶ່ງທີ່ນິຍົມຮັບປະທານເປັນສະລັດຜັກ ສ່ວນເລື່ອງຄຸນຄ່າທາງອາຫານກໍ່ບໍ່ຕ້ອງເວົ້າເຖິງ ຜັກສະລັກກອບແກ້ວອຸດົມໄປດ້ວຍໄຟເບີ ວິຕາມີນເອ ວິຕາມີນຊີ ໂພຮແທັສຊ້ຽມ ກົດໂຟເລສ ແລະສານອາຫານ ລວມທັງແຮ່ທາດທີ່ມີປະໂຫຍດກັບຮ່າງກາຍເຮົາອີກຫຼາກຫຼາຍ.
- Cos lettuce : ເປັນຜັກສະລັດທີ່ຮັບປະທານ ດ້ວຍຜັກສະລັດສະນິດນີ້ມີລົດຂົມເລັກນ້ອຍ ແຕ່ມີຄວາມກອບແລະເບົາ ເໝາະທີ່ຈະນຳໄປເຮັດຊີຊ່າສະລັດໄດ້ສະບາຍ ນອກຈາກນີ້ຜັກສະລັດຄອສຍັງອຸດົມໄປດ້ວຍວິຕາມີນຊີ ມີໄຟເບີສູງ ໂພຮແທັສຊ້ຽມ ແລະກົດໂຟເລສບໍ່ແພ້ກັນ.
- Red oak : ມີທັງສີແດງສີຂຽວ ມີລົດຫວານກອບ ແລະມີກາກໃຍອາຫານສູງຊ່ວຍລ້າງລຳໃສ້.
- Butterhead : ກໍ່ເປັນສະລັດດ້ວຍເຊັ່ນກັນ ເພາະມີລົດຫວານກອບແຊບຍັງອຸດົມໄປດ້ວຍວິຕາມີນເອ ໂພສແທສຊ້ຽມ ກົດໂຟເລສ.
- Red coral : ຈະມີລົດຊາດບໍ່ແຕກຕ່າງຈາກຜັກສະລັດຊະນິດອື່ນປານໃດ ນອກຈາກຈະມີລົດຊາດທີ່ຫວານແລະກອບກວ່າ ລວມທັງສີແດງໆ ຂອງຜັກຈະຊ່ວຍກະຕຸ້ນນ້ຳຍ່ອຍຂອງມະນຸດໄດ້ດີກວ່າຜັກສະລັດສີຂຽວທຳມະດາ ຊຶ່ງຜັກສະລັດສີແດງເອງກໍ່ອຸດົມໄປດ້ວຍສານຕ້ານອະນຸມູນອິດສະຫຼະ ວິຕາມີນເອ ແລະກົດໂຟເລສອີກນຳ.
Credid : www.Cooking.kapook.com