ຜັກຂົມກະເດົາ (Neem Tree) ສະມຸນໄພລົດຂົມ ຍາດີທີ່ຄວນມີໄວ້ໃກ້ໂຕ

ຜັກຂົມກະເດົາ (Neem Tree) ສະມຸນໄພລົດຂົມ ຍາດີທີ່ຄວນມີໄວ້ໃກ້ໂຕ

ຜັກຂົມກະເດົາ ເປັນຕົ້ນໄມ້ທີ່ຂຶ້ນຊື່ດ້ານສັບພະຄຸນທາງຢາ  ແລະ ເປັນຕົ້ນໄມ້ທີ່ສາມາດນຳມາໃຊ້ປະໂຫຍດໄດ້ເກືອບທຸກສ່ວນ ຕົ້ນຂົມກະເດົາ ຖືເປັນຕົ້ນໄມ້ທີ່ມີອິດທິພົນຕໍ່ຊາວອິນເດຍ ທັງໃນດ້ານຄວາມເຊື່ອທາງສາສະໜາ ແລະ ການຮັກສາໂລກຕ່າງໆ ລວມເຖິງປະໂຫຍດໃນການໃຊ້ສອຍອີກດ້ວຍ.

ຜັກຂົມກະເດົາກັບສັບພະຄຸນທາງຢາທີ່ຫາໄດ້ຈາກທູກສ່ວນ:

          ຜັກຂົມກະເດົາມີ 2 ຊະນິດຄື: ຂົມກະເດົາຍອດຂຽວ ແລະ ຂົມກະເດົາຍອດແດງ ເຊິ່ງຂົມກະເດົາຍອດຂຽວຈະມີຄວາມຂົມໜ້ອຍກວ່າ ຜັກຂົມກະເດົາຍອດແດງ, ສຳລັບ ຜັກຂົມກະເດົາຍອດແດງຂະມີຄວາມຂົມຫຼາຍ ແລະ ເກືອບທຸກສ່ວນຂອງຕົ້ນຂົມກະເດົາລ້ວນມີສັບພະຄຸນທາງຢາ ດັ່ງນີ້:

  • ໃບອ່ອນ ຮັກສາໂລກຜິວໜັງ ປັບສົມດຸນໃນເລືອດ ຮັກສາແຜພຸພອງ
  • ໃບແກ່ ບຳລຸງທາດ ຊ່ວຍຍ່ອຍອາຫານ
  • ກ້ານ ແກ້ໄຂ້ ບຳລຸງນ້ຳບີ ແກ້ຮ້ອນໃນກະຫາຍນ້ຳ ບຳລຸງສຸຂະພາບໃນຊ່ອງປາກ
  • ດອກ ແກ້ພິດເລືອດ ບັນເທົາອາການເລືອດດັງໄຫຼ ແກ້ລິດສີດວງ ບັນເທົາອາການຄັນຄໍ ບຳລຸງທາດໄຟ
  • ໝາກ ບຳລຸງຫົວໃຈເປັນຢາລະບາຍ ແກ້ອາການຫົວໃຈເຕັ້ນຜິດປົກກະຕິ
  • ໝາກອ່ອນ ຊ່ວຍໃຫ້ຈະເລີນອາຫານ ຂ້າແມ່ພະຍາດ ແກ້ລິດສີດວງ ແກ້ອາການປັດສະວະຍາກ
  • ເປືອກຕົ້ນ ເປັນຢາຂົມຈະເລີນອາຫານ ແກ້ໄຂບິດມູກເລືອດ ແກ້ທ້ອງລ່ວງ
  • ແກ່ນ ແກ້ອາການປຸ້ນທ້ອງ ປວດຮາກ ແກ້ໄຂ້ໜາວສັ່ນ ບຳລຸງເລືອດ ບຳລຸບງທາດໄຟ
  • ຮາກ ແກ້ເສມຫະໃນລຳຄໍ ແກ້ເສມຫະທີ່ເກາະແໜ້ນໃນຊວງເອິກ
  • ຢາງ ໃຊ້ດັບພິດຮ້ອນ ຖອນພິດໄຂ້

ຜັກຂົມກະເດົາ ສັບພະຄຸນທາງຢາທີ່ມີຕໍ່ສຸຂະພາບ:

          ຂົມກະເດົາ ຂຶ້ນຊື່ວ່າເປັນຕົ້ນໄມ້ແຫ່ງຢາ ດັ່ງນັ້ນຈຶ່ງບໍ່ແປກໃຈເລີຍວ່າ ຜັກຂົມກະເດົາຕົ້ນດຽວກໍ່ສາມາດບຳລຸງສຸຂະພາບເຮົາໃຫ້ແຂງແຮງໄດ້ ເຊິ່ງເຫັນໄດ້ຈາກສັບພະຄຸນດັ່ງນີ້:

  1. ດີທ໊ອກສານພິດອອກຈາກຮ່າງກາຍ

ໃບຂົມກະເດົາເມື່ອນຳມາຕົ້ມໃນນ້ຳຮ້ອນ ໃຊ້ຈິບຢ່າງໜ້ອຍມື້ລະເທື່ອ ກໍ່ຈະຊ່ວຍໃຫ້ເລືອດສະອາດ ເປັນການລ້າງພິດໃນກະເເສເລືອດ ກະຕຸ້ນໃຫ້ເລືອດລົມໄຫຼວຽນດີ.

  1. ຮັກສາໂລກຜິວໜັງ

ສານເກດູນິນ (Gedunin) ແລະ ນິມໂບລີດີ (Nimbolide) ໃນໃບ ແລະ ເມັດຂົມກະເດົາມີປະສິດທິພາບໃນການອອກລິດຢັບຢັ້ງເຊື້ອລາ ບັກເຕີຣີ ແລະ ເຊື່ອໄວຮັສສູງ ດັ່ງນັ້ນຈຶ່ງສາມາດບັນເທົາອາການຂອງໂລກທີ່ເກີດຈາກເຊື້ອລາ ໄວຮັສ ແລະ ບັກເຕີຣີໄດ້ຜົນຢ່າງໜ້າພໍໃຈ ບໍ່ວ່າຈະເປັນເຊື້ອລາຕາມຕີນ, ເລັບມື, ເລັບຕີນ, ຂີ້ຫິດ-ຂີ້ກາກ, ແບາດແຜຈາກໂລກສະເກັດເງິນ( ເຊື້ອບັກເຕີຣີ ), ລົມພິດ, ຕຸ່ມຫົດເຫື່ອ, ຜື່ນຄັນ ແລະ ຕຸ່ມອີໝາກສຸກໝາກໃສ.

  1. ແກ້ໄຂ້ມາເລເລຍ

ສານເຄມີກຸ່ມລີໂມນອຍ (Limonoids) ໄດ້ແກ່ ສານເກດູນິນ (Gedunin) ແລະ ນິມໂບລີດີ (Nimbolide) ໃນໃບ ແລະ ເມັດຂົມກະເດົາ ສາມາດຢຸດຢັ້ງເຊື້ອ ຟັລຊີປາຣຳ (P.Falciparum) ເຊີ່ງເປັນເຊື້ອໄຂ້ມາເຣເລຍຕ້ານເຊື້ອຢາຊະນິດໜຶ່ງໄດ້ເປັນຢ່າງດີ.

  1. ໂລກໄຂຂໍ້

        ຂອບໃບຂົມກະເດົາ  ເມັດຂົມກະເດົາ ແລະ ເປືອກຕົ້ນ ເປັນສ່ວນທີີ່ນຳມາໃຊ້ເປັຮຢາຮັກສາໂລກໄຂຂໍ້ໄດ້ເປັນຢ່າງດີ ໂດບຊ່ວຍລົດອາການປວດ ແລະ ບວມໃນຂໍ້ ເຊິ່ງອາດຈະນຳມາສະກັດເປັນນ້ຳທັນໃຊ້ທາໃນບໍລິເວນທີ່ມີອາການປວດກ້າມເນື້ອ ປວດຂໍ້ ແລະ ອາການປວດຫຼັງຊ່ວງລາງ ຫຼື ນຳໃບມາຕົ້ມເພື່ອເປັນນ້ຳດື່ມເພື່ອຮັກສາອາການຂອງໂລກຮູມາຕອຍ ໂລກປະດົງ ແລະ ໂລກກະດູກຜ່ອຍ.

  1. ບຳລຸງທາດ ບຳລຸງນ້ຳດີ ຊ່ວຍຍ່ອຍອາຫານ

ໃບຂົມກະເດົາສາມາດນຳມາເປັນເມນູເອິ້ນນຳ້ຍ່ອຍໄດ້ ເປັນການກະຕຸ້ນໃຫ້ຮ່າງກາຍຜະລິດນ້ຳດີ ເພິ່ມປະລີມານນ້ຳດີ ເຮັດໃຫ້ລະບົບຍ່ອຍອາຫານເຮັດວຽກໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນ ອີກທັງນ້ຳດີທີ່ຖືກກະຕຸ້ນໃຫ້ສ້າງອອກມານັ້ນຈະຊ່ວຍຍ່ອຍອາຫານປະເພດໄຂມັນໄດ້ດີຂຶ້ນ.

  1. ບຳລຸງສຸຂະພາບຊ່ອງປາກ

ຜັກຂົມກະເດົາເປັນພືດທີ່ມີສັບພະຄຸນໃນການບຳລຸງເຫືອກ ແລະ ແຂ້ວ ຈຶ່ງນິຍົມນຳມາສະກັດເປັນສ່ວນປະສົມໃນຢາສີຟັນທົ່ວໄປ ຈຶ່ງຊ່ວຍຮັກສາໂລກລຳມະນາດ ໂລກເລືອດອອກຕາມເຟັນແຂ້ວ ໂລເຫືອກ ແລະ ລົດອາການຕິດເຊື້ອບັກເຕີຣີ່ໃນຊ່ອງປາກ.

  1. ຊ່ວຍໃຫ້ຈະເລີນອາຫານ

ການທີ່ຂົມກະເດົາຊ່ວຍເພີ່ມປະລິມານນ້ຳດີໃຫ້ລະບົບຍ່ອຍອາຫານເຮັດວຽກໄດ້ດີຂຶ້ນ ຂະເຮັດໃຫ້ເຮົາຈະເລີນອາຫານເພີ່ມໄປນຳ ນອກຈາກນີ້ຄວາມຂົມຂອງຜັກຂົມກະເດົາຍັງຊ່ວຍໃຫ້ຈະເລີນອາຫານເຊັ່ນກັນ.

  1. ລົດຄວາມສ່ຽງການເກີດເນື້ອງອກ ແລະ ມະເຮັງ

ມີຜົນວິໄຈບາງເຫຼັ້ມເຜີຍວ່າ: ສານໂພລິແຊັກຄາໄລນ໌(Polisaccharides) ແລະ ສານລີໂມນອຍ (Limonoids) ທີ່ພົບໃນ ເປືອກ ໃບ ແລະ ໝາກຂົມກະເດົາ ມີຄຸນສົມບັດຊ່ວຍລົດຄວາມສ່ຽງການເກີດເນື້ອງອກ ແລະ ມະເຮັງ ໂດຍບໍ່ກໍ່ເກີດຜົນຂ້າງຄຽງໃດໆ.

  1. ຄຸມກຳເນີດ

ຕາມຕຳລາແພດບູຮານໄດ້ບັນທຶກໄວ້ວ່າ: ມີການນຳນ້ຳມັນຂົມກະເດົາເພື່ອຄຸມກຳເນີດໃນຜູ້ຍິງ ແລະ ຜູ້ຊາຍໂດຍລັກສະນະວິທີໃຊ້ຈະແຕກຕ່າງກັນ ສຳລັບຜູ້ຍິງນັ້ນຈະໃຊ້ນ້ຳມັນຂົມກະເດົາຈຸບສຳລີທາບໍລິເວນຊ່ອງຄອດເພື່ອຊະລໍການປະຕິສົນທິກັບໄຂ່ ໂດຍຈະຂ້າເຊື້ອອະສຸຈິໃຫ້ຕາຍພາຍໃນ 30 ວິນາທີ ສ່ວນຜູ້ຊາຍຈະສີດນ້ຳມັນຂົມກະເດົາໃສ່ບໍລິເວນທໍ່ນ້ຳອະສຸຈິເພື່ອຢັບຢັ້ງການປ່ອຍອະສຸຈິທີ່ຈະອອກລິດດົນປະມານ 4 ຊົ່ວໂມງ.

  1. ບຳລຸງຂໍ້ຕໍ່

ຜົກຂົມກະເດົາຊ່ວຍບຳລຸງກະດູກ ແລະ ຂໍ້ຕ່າງໆ ໃນຮ່າງກາຍຂອງເຮົາ ແລະ ຍັງຊ່ວຍບັນເທົາອາການຈາກໂລກໄຟໂບໄມອັລເຈີຍ(Fibromyalgia) ຫຼື ໂລກໃນກຸ່ມອາການປວດເຮື້ອຮັງອີກດ້ວຍ.

  1. ປ້ອງກັນເບົາຫວານ

ຂົມກະເດົາ ມີລົດຂົມສາມາດຮັກສາໂລກເບົາຫວານໄດ້ ໂດຍຈະຢັບຢັ້ງການຜະລິດອິນຊູລິນໄດ້ປະມານ 50% ແລະ ຍັງຊ່ວຍປັບສົມດຸນໃນການຢາກອາຫານອີກດ້ວຍ.

  1. ກະຕຸ້ນລະບົບພູມຄຸ້ມກັນ

ຂົມກະເດົາ ມີລິດດີທ໊ອກສານພິດໃນກະແສເລືອດ ເຮັດມີປະລິມານດີໝູນວຽນໃນຮ່າງກາຍຫຼາຍຂຶ້ນ ລົດການຕິດເຊື້ອໃນຮ່າງກາຍ ຕ້ານໂລກຫວັດໄດ້ດີ.

  1. ລົດການຕິດເຊຶ້ອໃນຊ່ອງຄອດ

ນ້ຳມັນຂົມກະເດົາຊ່ວຍລົດການຕິດເຊື້ອລາໃນຊ່ອງຄອດໄດ້ ແຕ່ອາດຈະມີຜົນຂ້າງຄຽງຄື ຖ້າໃຊ້ເປັນເວລານານຈະມີໂອກາດຖືພາຍາກຂຶ້ນ.

  1. ບຳລຸງຫົວໃຈ

ຕາມຕຳລາແພດພື້ນບ້ານໄດ້ລະບຸໄວ້ວ່າ: ໝາກຂອງຕົ້ນຂົມກະເດົາ ຫາກນຳມາຕົ້ມ ໃຊ້ຈິບຢ່າງໜ້ອຍມື້ລະເທື່ອ ມີຄຸນສົມບັດຊ່ວຍຂະຫຍາຍຫຼອດເລືອດ ເຮັດໃຫ້ການໄຫຼວຽນຂອງເລືອດເປັນປົກກະຕິຂຶ້ນ ປັບສົມດຸນການເຕັ້ນຂອງຫົວໃຈໃຫ້ເປັນປົກກະຕິ ຫົວໃຈຈຶ່ງແຂງແຮງຂຶ້ນ.

          ຂົມກະເດົາເປັນຜັກໃບລະດູໜາວ ແລະ ເປັນສະມູນໄພທີ່ຄົນບູຮານນິຍົມນຳມາກິນເປັນຜັກກັບເມນູຕ່າງໆ ເຊັ່ນ: ປີ້ງປາດຸກ ທອດປາທູ ປົ່ນປາ........ ເພາະການກິນຄູ່ກັບອາຫານຢ່າງອື່ນຈະຊ່ວຍລົດຄວາມຂົມຂອງຜັກກະເດົາ ແລະ ທີ່ສຳຄັນເຮົາຈະໄດ້ປະໂຫຍດເນັ້ນໆ ຈາກຜັກກະເດົາອີກດ້ວຍ.

Back to blog

Leave a comment

Please note, comments need to be approved before they are published.