ປະໂຫຍດຂອງໝາກພິລາ

ປະໂຫຍດຂອງໝາກພິລາ

ໝາກພິລາເປັນໝາກໄມ້ທີ່ມີຕົ້ນກຳເນີດມາຈາກປະເທດອີຫຼ່ານທາງຕອນໃຕ້ຂອງອັຟການິສະຖານ ໝາກໄມ້ຊະນິດນີ້ຈະມັກອາກາດໝາວເປັນພິເສດ ຍິ່ງໝາວຫຼາຍເທົ່າໃດເນື້ອໝາກພິລານັ້ນຈະມີສີແດງເຂັ່ມຫຼາຍຂື້ນເທົ່ານັ້ນ ແລະຍັງເປັນໝາກໄມ້ມົງຄົນຂອງຄົນຈີນອີກ ດ້ວຍທີ່ໝາກພິລາມີເມັດຫຼາຍຈື່ງສື່ຄວາມໝາຍເຖິງການມີລູກຊາຍຫຼາຍໆ ໂດຍກີ່ງໃບໝາກພິລາກໍ່ນຳມາໃຊ້ໃນພິທີການຕ່າງໆ ທີ່ມີນ້ຳມົນໃນການປະກອບພິທີຫຼືນຳມາໃຊ້ພົ່ນນ້ຳມັນເພາະເຊື່ອວ່າມີໄວ້ຕິດຕົວຈະຊ່ວຍຄຸ້ມຄອງໃນເລື່ອງການຄຸ້ມຄອງຈາກໄພອັນຕະລາຍຕ່າງໆໄດ້ ໝາກພິລາຖືວ່າເປັນໝາກໄມ້ເພື່ອສຸຂະພາບ ໂດຍປະໂຫຍດຂອງໝາກພິລາ ແລະສັບພະຄຸນຂອງໝາກພິລານັ້ນມີຫຼາຍ ເພາະໝາກພິລາເປັນໝາກໄມ້ທີ່ມີລົດຫວານອອກສົ້ມ ນ້ຳໝາກພິລາຈື່ງມີວິຕາມີນຊີສູງ ແລະຍັງປະກອບດ້ວຍເກືອແຮ່ຕ່າງໆ ທີ່ມີປະໂຫຍດຕໍ່ຮ່າງກາຍ ຈື່ງຊ່ວຍຕ້ານອະນຸມູນອິດສະຫຼະ ໄດ້ເປັນຢ່າງດີ ແລະນອກຈາກນີ້ຍັງມີສັບພະຄຸນເປັນຢາຮັກສາໂລກໄດ້ອີກດ້ວຍຢ່າງເຊັ່ນ: ບັນເທົາອາການຂອງໂລກຫົວໃຈ ຮັກສາຄວາມດັນໂລຫິດສູງ ຊ່ວຍລົດພາວະການແຂງຕົວຂອງເລືອດ ຮັກສາໂລກຖອກທ້ອງທ້ອງບິດເປັນຕົ້ນ.

Credit: www.medthai.com

Back to blog

Leave a comment

Please note, comments need to be approved before they are published.