ຄຸນປະໂຫຍດຂອງນ້ຳໝາກແຕງ
Share
ສັບພະຄຸນເບື້ອງຕົ້ນຂອງໝາກແຕງ ທີ່ຊ່ວຍແກ້ຫີວ ລົດຄວາມຮ້ອນໃນຮ່າງກາຍ ແລະຊ່ວຍໃຫ້ຮ່າຍກາຍສົດຊື່ນ ຈື່ງເໝາະຫຼາຍທີ່ຈະເຮັດນ້ຳໝາກແຕງເພື່ອຮັບປະທານ.
- ແຮ່ທາດ : ໝາກແຕງອຸດົມໄປດ້ວຍສານຊີລີກາທີ່ເປັນແຮ່ທາດທີ່ເສີມຄວາມແຂງແຮງໃຫ້ກັບກລ້າມເນື້ອ ກະດູກອ່ອນ ເສັ້ນເອັນ ແລະກະດູກນັ້ນເອງ.
- ວິຕາມີນຊີ : ມີສານອາຫານທີ່ມີຄຸນປະໂຫຍດໄດ້ແກ່ ວິຕາມີນຊີ ກົດຄາເຟອິກ ກົດທັງ 2 ຊະນິດນີ້ ຈະປ້ອງກັນການສະສົມນ້ຳເກີນຄວາມຈຳເປັນໃນຮ່າງກາຍຂອງເຮົາ.
- ຂັບປັບສະວະ : ຊ່ວຍຂັບປັດສະວະໄດ້ດີ ໝາກແຕງອຸດົມໄປດ້ວຍນ້ຳ ສາມາດຊ່ວຍກະຕຸ້ນ ແລະ ກຳຈັດຂອງເສຍໃນຮ່າງກາຍ ລວມເຖິງຊ່ວຍສະລາຍນີ້ວໃນໂຕໄດ້ອີກນຳ.
- ທາດແມັກນີຊ້ຽມ : ມີທາດແມັກນີຊ້ຽມ ຊ່ວຍເສີມການເຮັດວຽກຂອງລະບົບປະສາດ ແລະລະບົບການໄຫຼວຽນຂອງໂລຫິດ.
- ຄວບຄຸມຄວາມດັນ : ມີທາດໂພແທັສຊ້ຽມ ແລະແມງການີສໃນເປືອກໝາກແຕງ ຊຶ່ງຈະຊ່ວຍຄວບຄຸມຄວາມດັນເລືອດ ແລະ ຄວາມສົມດຸຂອງສານອາຫານໃນຮ່າງກາຍ.
- ເພີ່ມຄວາມຊຸ່ມຊື່ນ : ໝາກແຕງມີປະລິມານນ້ຳສູງເຖິງຮ້ອຍລະ 95 ຊ່ວຍເພີ່ມຄວາມຊຸ່ມຊື່ນໃຫ້ຮ່າງກາຍກະຕຸ້ນການຍ່ອຍອາຫານ ແລະຍັງເປັນຢາລະບາຍອ່ອນໆ ເໝາະສຳລັບຄົນທີ່ບໍ່ຄ່ອຍໄດ້ຂັບຖ່າຍອີກດ້ວຍ.
ໝາກແຕງມີແຄລໍຮີ່ຕ່ຳ ເໝາະກັບຜູ້ທີ່ຕ້ອງການຄວບຄຸມນ້ຳໝັກ ລອງຫັນມາດື່ມນ້ຳໝາກແຕງແລ້ວຈະໄດ້ບໍ່ຕ້ອງມານັ່ງນັບວ່າມື້ນີ້ ຈະອອກກຳລັງກາຍເຜົາຜານແຄລໍຮີ່ເທົ່າໃດອີກ.