
ຄຸນປະໂຫຍດຂອງປານິນ( Nile Tilapia ) ອາຫານໂປຣຕີນສູງ
- ເພີ່ມການເຮັດວຽກຂອງລະບົບປະສາດ ແລະ ສະໝອງ
ປານິນເປັນປານ້ຳຈືດທີ່ມີປະລິມານກົດໄຂມັນໂອເມກ້າ 3 ບໍ່ໜ້ອຍໄປກວ່າປາທະເລນ້ຳເລິກບາງຊະນິດ ດ້ວຍເຫດນີ້ ປານິນຈຶ່ງມີປະໂຫຍດຕໍ່ການເຮັດວຽກຂອງລະບົບປະສາດ ແລະ ສະໝອງ ຊ່ວຍປ້ອງກັນຄວາມສື່ອມຂອງເຊວສະໝອງ ແລະ ຊ່ວຍລົດຄວາມສ່ຽງທີ່ຈະເປັນໂລກ ອັລໄຊເມີໄດ້.
- ເປັນໂປຣຕີນຍ່ອຍງ່າຍ
ເນື້ອປາທຸກຊະນິດ ຈັດເປັນອາຫານປະເພດໂປຣຕີນຍ່ອຍງ່າຍ ເນື່ອງຈາກເນື້ອປາໂດຍລັກສະນະຕາມທຳມະຊາດຈະມີເນື້ອເຍື່ອກ່ຽວພັນກັນໜ້ອຍກວ່າເນື້ອສັດຊະນິດອື່ນ ເມື່ອເນື້ອປາສຸກກໍ່ຈະແຍກອອກເປັນຕ່ອນໆ ຕາມມັດກ້າມຂອງເນື້ອກ່ຽວພັນ ເນື້ອປາຈຶ່ງນຸ່ມ ບໍ່ໜຽວ ແລະ ຫົດຕົວຫຼາຍກວ່າເນື້ອສັດອື່ນໆ ເມື່ອກິນປານິນເຂົ້າໄປລະບົບຍ່ອຍອາຫານຂອງເຮົາຈຶ່ງບໍ່ຕ້ອງເຮັດວຽກໜັກ ເໝາະສຳລັບຜູ້ປ່ວຍທີ່ລະບົບຍ່ອຍອາຫານເຮັດວຽກບໍ່ເຕັມທີ່ ຫຼື ໃນເດັກໄວຮຽນ ໄວກຳລັງຈະເລີນເຕິບໂຕ...
- ເປັນໂປຣຕີນທີ່ສຳຄັນຕໍ່ການຈະເລີນເຕີບໂຕຂອງຮ່າງກາຍ
ໂປຣຕີນຈາກເນື້ອປາມີປະໂຫຍດຕໍ່ຮ່າງກາຍຫຼາຍທີ່ສຸດ ໂດຍສະເພາະ ກຣົດອະມີໂນທີ່ພົບໃນໂປຣຕິີນຂອງເນື້ອປາ ເຊັ່ນ: ໄລຊິນ ແລະ ທຮີໂອນິນ ຊຶ່ງມີຜົນຕໍ່ການພັດທະນາທາງສະໝອງ ແລະ ການຈະເລີນເຕີບໂຕໃນເດັກນ້ອຍ ຊ່ວຍສ້ອມແຊມເນື້ອເຍື່ອ ຫຼື ເຊວຕ່າງໆ ທີ່ເສື່ອມສະພາບ ແລະ ຊ່ວຍເສີມສ້າງຮ່າງກາຍໃຫ້ຈະເລີນເູຕີບໂຕຈາມໄວອັນຄວນ.
- ເສີມສ້າງກະດູກ ແລະ ແຂ້ວ ຊ່ອຍໃນການສ້າງເມັດເລືອດ
ເນື້ອປາປະກອບດ້ວຍແຮ່ທາດ ແລະ ວິຕາມິນຕ່າງໆຫຼາກຫຼາຍຊະນິດ ທັ້ງວິຕາມິນບີ ໄນອະຊິນ ອີກທັງໃນເນື້ອປາຍັງມີ ແຄລຊ່ຽມ ຟອສຟໍຮັສ ແລະ ທາດເຫລັກໃນສັດສ່ວນທີ່ພໍດີ ຈຶ່ງສາມາດຊ່ວຍເສີມສ້າງຕວາມແຂງແຮງຂອງກະດູກ ແລະ ແຂ້ວ ຊ່ວຍໃນການສ້າງເມັດເລືອດ ແລະ ປ້ອງກັນພາວະເລືອດຈາງ.
- ຊ່ວຍເສີມສ້າງພູມຄຸ້ມກັນ
ກຮົດອະມີໂນທີ່ຈຳເປັນຕໍ່ຮ່າງກາຍຢ່າງ ໄລຊິນ ແລະ ທຣີໂອນິນ ຍັງເປັນສ່ວນປະກອບສຳຄັນຂອງສານສ້າງພູມຄຸ້ມກັນໂລກ ຊ່ວຍໃຫ້ລະບົບພູມຄຸ້ມກັນຂອງເຮົາແຂງແຮງ ບໍ່ເຈັບໄຂ້ໄດ້ປ່ວຍງ່າຍ.
- ປ້ອງກັນການຊະລາກ່ອນໄວ
ເນື້ອປາມີຄອລລາເຈນຊັ້ນດີຈາກທຳມະຊາດ ທັ້ງຍັງມີໂປຣຕີນຊ່ວຍສ້ອມແຊມເນື້ອເຍື່ອ ແລະ ເຊວທີ່ເສື່ອມສະພາບ ປ້ອງກັນການເສື່ອມຂອງເຊວຕ່າງໆ ນອກຈາກນີ້ ກຮົດອະມີໂນທີ່ພົບໃນໂປຣຕີນຈາກເນື້ອປາ ຍັງມີສ່ວນຊ່ວຍໃຫ້ເຮົານອນຫລັບໄດ້ດີຂື້ນ ນອນຫຼັບສະໜິດ ຈຶ່ງຊ່ວຍຊະລໍຄວາມແກ່ຂອງເຊວຜິວໄດ້ອີກທາງໜຶ່ງ.
- ດີຕໍ່ຫົວໃຈ
ເນື້ອປານິນບໍ່ມີຄໍເລສເຕີລໍ ຫຼື ໄຂມັນຊະນິດບໍ່ດີ ອັນເປັນຕົວກໍ່ໂລກຊຳເຮື້ອ ຢ່າງເຊັ່ນ: ໂລກຫົວໃຈ ໂລກຫຼອດເລືອດ ໂລກເບົາຫວານ ແລະ ໂລກຄວາມດັນເລືອດສູງ ອີກທັງກົດໄຂມັນໂອເມກ້າ 3 ໃນເນື້ອປາຍັງຊ່ວຍລົດການສະສົມຂອງ ຄໍເລສເຕີລໍ ແລະ ໄຕຣກລີເຊີໄຣ ໃນຮ່າງກາຍໄດ້ນຳອີກດ້ວຍ.
- ໂຊດ່ຽມຕ່ຳ
ສຳລັບຜູ້ປ່ວຍໂລກໄຕ ໂລກເບົາຫວານ ແລະ ໂລກຄວາມດັນເລືອດສູງ ທີ່ຄວນລະມັດລະວັງອາຫານທີ່ມີປະລິມານໂຊດ່ຽມສູງ ຊຶ່ງອາດຈະສົ່ງຜົນເຮັດໃຫ້ອາການຂອງໂລກທີ່ເປັນຢູ່ນັ້ນກຳເລີບຂຶ້ນຈົນເຖິງຂີດອັນຕະລາຍໄດ້ ເຄສນີ້ແນະນຳໃຫ້ກິນປານິນເປັນອາຫານໄດ້ເລີຍ ເພາະປານິນມີປະລີມານໂຊດ່ຽມຄ່ອນຂ້າງຕ່ຳ ສາມາດຮັບປະທານໄດ້ໂດຍບໍ່ຕ້ອງຢ້ານອາການບວມເຄັມ.
- ຊ່ວຍລົດນ້ຳໜັກ
ເນື້ອປາມີໂປຣຕີນຍ່ອຍງ່າຍກໍ່ຈິງ ແຕ່ໃນໂປຣຕີນເຫຼົ່ານັ້ນກໍ່ມີແຮ່ທາດ ແລະ ກົດອະມີໂນທີ່ຈຳເປັນຕໍ່ຮ່າງກາຍ ເມື່ອກິນປານິນເຂົ້າໄປຈຶ່ງຊ່ວຍໃຫ້ອີ່ມໄວ ແລະ ອີ່ມໄດ້ດົນ ລົດອາການຫິວຈູກຈິກໄດ້ ອີກທັງປານິນຍັງໃຫ້ພະລັງງານພຽງແຕ່ 96 ກິໂລແຄລໍຣີ່ຕໍ່ເນື້ອປານິນ 100 ກຣາມ ແລະ ຍັງຈັດເປັນກຸ່ມປານ້ຳຈືດທີ່ມີປະລິມານໄຂມັນຕ່ຳ.
- ປ້ອງກັນພາວະແທ້ງລູກ
ຜົນການສຶກສາຈາກໂຮງໝໍເປົາໂລ ພົບວ່າ ກຸ່ມອາສາຊຶ່ງເປັນຜູ້ຍິງຖືພາທີ່ຮັບປະທານປານ້ຳຈືດເປັນປະຈຳ ເຊັ່ນ: ປາຕະພຽນ ປານິນ ປາດຸກ ມີອັດຕາການແທ້ງລູກຕ່ຳ ແລະ ເດັກນ້ອນທີ່ເກີດອອກມາກໍ່ຈະມີຄວາມສ່ຽງຕໍ່ອາການສະມາທິສັ້ນ ໃຫ້ຕ່ຳລົງອີກດ້ວຍ.
Leave a comment