ສ່ວນຜະສົມ: - ຊີ້ນປາກະພົງ 300ກລາມ. - ມິໂຊະ 80ກລາມ. - ມິຮີນ (ເຫຼົ້າຫວານຍີ່ປຸ່ນ) 1ບ່ວໂຕະ. - ໄຂ່ໄກ່ (ສະເພາະໄຂ່ແດງ) 1ໝ່ວຍ. - ນ້ຳມັນພືດ (ສຳຫຼັບທາແຕະປີ້ງ). - ຫົວໄຊທ້າວຂູດ. - ເຂົ້າຍີ່ປຸ່ນ. ວິທີເຮັດ: 1. ເອົາມິໂຊະ ແລະມິຮີນເທໃສ່ໝໍ້ກະທະ ໃຊ້ໄຟອ່ອນກວນສ່ວນຜະສົມຈົນເຂົ້າກັນ ໃສ່ໄຂ່ແດງລົງໄປຕໍຄົນຈົນເປັນເນື້ອດຽວກັນພັກປະໄວ້. 2. ຕັ້ງໄຟສຳຫຼັບປີ້ງທານ້ຳມັນພືດໃສກະແຕະປີ້ງ ທາຊ໋ອດມິໂຊະໃຫ້ທົ່ວຂີ້ນປາກະພົງ ນຳໄປປີ້ງດ້ວຍໄຟອ່ອນຈົນສຸກ ຈັດເສີມພ້ອມກັບຫົວໄຊ້ທ້າວຂູດ ແລະເຂົ້າຍີ່ປຸ່ນ. ສາມາດສັ່ງຊື້ສີນຄ້າໄດ້ທີ:www.shopping-d.com