ມັດສະມັ່ນງົວ

ມັດສະມັ່ນງົວ

ສ່ວນຜະສົມ:

- ຊີ້ນງົວຕັດເປັນສີ່ຫຼ່ຽມ 400ກລາມ (ຈະໃຊ້ສ່ວນໃດກໍ່ໄດ້ຕາມໃຈມັກ).

- ຫອມຫົວໃຫ່ຍ 1ຫົວ.

- ມັນຝຮັ່ງ 2ຫົວ.

- ຖົ່ວດີນຂົ້ວ.

- ພິກແກງມັດສະມັ່ນ.

- ກະທິ.

- ນ້ຳປາ.

- ແປ້ງນົວ.

- ນ້ຳຕານປິບ (ນ້ຳຕານຊາຍ).

- ນ້ຳໝາກຂາມປຽກ.

ວິທີເຮັດ:

1. ຕັ້ງໝໍ້ໃສ່ນ້ຳມັນປະໃຫ້ຮ້ອນ ເອົາຊີ້ນງົວທີ່ກຽມໄວ້ລົງໄປດາດໃຫ້ໄດ້ສີ ໃສ່ນ້ຳປາລົງໄປນຳຈະຫອມເວລາຖືກໄຟຮອນໆ.

2. ນຳຊີ້ນໄປຕຸ໋ນໃນກະທິຕໍ່ອີກປະມານ 2-3ຊົ່ວໂມງ ໃສ່ເຄື່ອງແກງມັດສະມັ່ນກັບນ້ຳປາລົງໄປນຳ ເຮັດໃຫ້ນີ້ມຈົນເອົາຊ່ອມຈີກໄດ້.

3. ຕັດມັນຝຮັ່ງ ຫົວຫອມໃຫ້ ຂົ້ວໃຫ້ຫອມ ແລ້ວຕັ້ງໝໍ້ຕົ້ມກະທິຈົນແຕກມັນແລ້ວນຳຜິແກງມັດສະມັດລົງຂົ້ວໃຫ້ຫອມ ແລ້ວໃສ່ກະທິອີກຮອບ.

4. ໃສ່ມັນຝຮັ່ງ ແລະຊີ້ນງົວປະມານ 10ນາທີ ໃສ່ຫອມຫົວໃຫ່ຍພໍຫອມສຸກອ່ອນພໍດີ ປຸງລົດດ້ວຍນ້ຳໝາກຂາມປຽກ ນ້ຳປາ ນ້ຳຕານປິບ ແປ້ງນົວ ໃສ່ຖົ່ວດີນຂົ້ວ ເປັນອັນແລ້ວພ້ອມກີນນນນ.

ສາມາດສັ່ງຊື້ສີນຄ້າໄດ້ທີ: www.shopping-d.com

Back to blog

Leave a comment

Please note, comments need to be approved before they are published.