
ໄຂ່ພະໂລ້ໝູສາມຊັ້ນ
ສ່ວນຜະສົມ:
- ໝູສາມຊັ້ນຕັດເປັນຕ່ອນພໍດີຄຳ 300ກລາມ.
- ໄຂ່ໄກ່ ຫຼືໄຂ່ເປັດ(ຕາມມັກ) ຕົ້ມສຸກປອກເປືອກ 5ໝ່ວຍ.
- ເຕົ້າຫູ້ທອດຕັດເປັນຕ່ອນຂະໝາດໝື່ງນີ້ວ 8ຕ່ອນ.
- ກະທຽມ 5ກີ້ບ.
- ພິກໄທດຳ 1ບ່ວງຊາ.
- ນ້ຳລ້າ 1,5ລິດ.
- ເກືອ 1ບ່ວງໂຕະ.
- ອົບເຊີຍ 1ທ່ອນ.
- ໂປ້ຍກັກ 2-3ດອກ.
ວິທີເຮັດ:
1.ທຸບກະທຽມ ຫາກຫອມປ້ອມ ແລະພິກໄທ ໃຫ້ລະອຽດເຂົ້າກັນປະໄວ້.
2.ຕັ້ງໝໍ້ກະທະ ເອົາໝູສາມຊັ້ນລົງໄປທອດ (ບໍ່ຕ້ອງໃສ່ນ້ຳມັນ) ພໍໝັງຕຶງຕັ້ກຂື້ປະໄວ້.
3.ຕັ້ງໝໍ້ໃຊ້ໄຟຟ້າປານກາງ ໃສ່ນ້ຳມັນພືດລົງໄປພໍນ້ຳມັນຮ້ອນໃສ່ເຄື່ອງທີ່ເຮົາທຸບໄວ້ລົງໄປພັດໃຫ້ເຫຼືອງຫອມ ໃສ່ນ້ຳຕານປີ້ບລົງໄປ ຄ້ຽວຈົນນ້ຳຕານປີ້ບເປັນສີເຂັ່ມ.
4.ໃສ່ໝຸສາມຊັ້ນ ແລະໄຂ່ຕົ້ມສຸກລົງໄປຜັດຄຸກເຄົ້າໃຫ້ນ້ຳຕານເຄືອບ.
5.ເຕີມນ້ຳລົງໄປຕົ້ມຈົນຝົດ ປຸງລົດດ້ວຍ ເກືອປົ່ນ ຊີອີ້ວຂາວ ຊີອີ້ວດຳ.
6.ໃສ່ເຕົ້າຫູ້ທອດ ອົບເຊີຍ ແລະໂປຍກັກລົງໄປ ປັບໄຟພໍນ້ຳຊຸບຝົດຄ້ຽວຈົນໝູສາມຊັ້ນໝຸ່ມປິດໄຟ.
7.ຕັກໄຂ່ພະໂລ້ໝູສາມຊັ້ນໃສ່ຖ້ວຍເສີບໂຮຍໝ້າດ້ວຍຫອມປ້ອມ.
ສາມາດສັ່ງຊື້ສີນຄ້າໄດ້ທີ: www.shopping-d.com
Leave a comment