ວິທີເຮັດໝູກອບ
Share
ວັດຖຸດິບສຳຫຼັບເຮັດໝູກອບ:
- ເກືອ.
- ນ້ຳລ້າ.
ອຸປະກອນຈຳເປັນທີ່ໃຊ້ເຮັດໝູກອບ:
- ໝໍ້ອົບລົມຮ້ອນ (ໃຊ້ໝໍ້ທອດໄລ້ນ້ຳມັນແນໄດ້).
- ໝໍ້ກະທະ.
- ຕະຫລິວ.
- ມີດ.
- ຂຽງ.
ວິທີເຮັດໝູກອບໃຫ້ແຊບແບບງ່າຍໆ:
1,ຕັ້ງໝໍ້ເຮັດໄຟລະດັບປານກາງ ໃສ່ໝູ3ຊັ້ນລົງໄປໃສ່ນ້ຳໃນລະດັບທີ່ຖ້ວມເນື້ອໝູຕົ້ມປະມານ 10ນາທີ.
2,ໃສ່ເກືອປະມານ 1ບ່ວງໂຕະ ແລະໃສ່ນ້ຳສົ້ມສາຍຊູ 3ບ່ວງໂຕະ.
3,ຕັ້ງໄຟຕົ້ມຕໍ່ຈົນຝົດ ໃຊ້ແນວຂີບອາຫານພິກໝູກັບດ້ານ.
4,ຕົ້ມຈົນຄົບ 10ນາທີ ເອົາຊີ້ນໝູໄປລ້າງນ້ຳ.
5,ເອົາຊ້ອມມາຈີ້ມໆໝັງໝູໃຫ້ທົ່ວ ເພື່ອໃຫ້ຄວາມຮ້ອນເຂົ້າຮອດ ແລະສຸກໄວຂື້ນເມື່ອນຳໄປທອດ.
6,ໃຊ້ມີດກີດເປັນບັ້ງໝັງໝູ 3ຊັ້ນຄວາມເລີກປະມານ 1ເຊັນຕີເເມັດ ທຸກໆຕ່ອນ.
7,ທາເກືອໃສ່່ໝັງໝູ 3ຊັ້ນ ທຸກຕ່ອນ ທາເເຕ່ພໍດີ (ຖ້າທາຫຼາຍເກີນໄປຈະເຮັດໃຫ້ໝູມີລົດເຄັມ).
8,ເອົາໝູ 3ຊັ້ນມາແຊ່ກັບນ້ຳສົ້ມສາຍຊູປະມານ 5ນາທີ.
9,ຫຼັງຈາກນັ້ນເອົາໝູ 3ຊັ້ໜໄປອົບລົມຮ້ອນ ຫຼືທອດໃນໝໍ້ທອດໄລ້ນ້ຳມັນ ເປັນວິທີໃຊ້ແທນການຕາກແດດ.
10,ອົບທີ່ຄວາມຮ້ອນສູງສຸດ ອົບໄປເລື່ອຍໆຈົນໝັງໝູກອບໄດ້ທີ.
11,ນຳໄປທອດໃນໝໍ້ກະພິກກັບດ້ານໄປມາ ເພື່ອໃຫ້ໝູສຸກທົ່ວເຖິງ ແລະມີຄວາມກອບຫຼາຍຂື້ນ.
12,ເມື່ອເນື້ອໝູເຫຼືອງກອບໝ້າກີນ ຍົກຂື້ນວາງເທິງແຕະໃຫ້ສະເດັດນ້ຳມັນ.
ສັ່ງຊື້ສີນຄ້າໄດ້ທີ່:www.shopping-d.com