ວິທີເຮັດນ້ຳໝາກນັດ
Share
ນ້ຳໝາກໄມ້ເຍັນໆ ເມນູຄາຍຮ້ອນວິທີເຮັດງ່າຍໆ ສາມາດເຮັດກີນເອງໄດ້.
ສ່ວນຜະສົມສຳຫຼັບນ້ຳໝາກນັດ:
- ໝາກນັດສຸກ 1ໝ່ວຍ.
- ນ້ຳຕານຊາຍ 1ກິໂລ.
- ນ້ຳລ້າຕົ້ມສຸກ 1ກິໂລ.
-ເກືອ 1ບ່ວງຊາ.
ວິທີເຮັດນ້ຳໝາກນັດ:
1,ເລີ່ມຈາກການກຽມນ້ຳເຊື່ອມ ສຸດພິເສດຕົ້ມນ້ຳໃຫ້ຟົດໃສ່ນ້ຳຕານລົງໄປຕົ້ມ ແລະປຸງລົດນ້ຳເຊື່ອມດ້ວຍເກືອຄ້ຽວໄຟອ່ອນໆໃຫ້ນ້ຳເຊື່ອມປ່ຽນເປັນສີເຫຼືອງກໍ່ນຳມາປະໄວ້ໃຫ້ເຍັນ ຈາກນັ້ນເຮົາມາກຽມນ້ຳໝາກນັດກັນ.
2,ປອກເປືອກໝາກນັດ ແລະເອົາຕາໝາກນັັດອອກໃຫ້ເຫຼືອແຕ່ເນື້ອເຫຼືອງໆ ຊອຍໝາກນັດເປັນຕ່ອນປະໄວ້.
3,ກຽມເຄື່ອງປັ່ນເອົາເນື້ອໝາກນັດລົງໃນເຄື່ອງປັ່ນຕາມດ້ວຍນ້ຳລ້າໃຫ້ຖ້ວມເນື້ອໝາກນັດ ປັ່ນໃຫ້ລະອຽດ ຈາກນັ້ນນຳມາຄັ້ນເອົານ້ຳຢ່າງດຽວ.
4,ປຸງລົດນ້ຳໝາກໄມ້ດ້ວຍການນຳນ້ຳໝາກນັດຜະສົມນ້ຳເຊື່ອມ ປຸງຄວາມຫວານຂອງນ້ຳເຊື່ອມຕາມໃຈມັກ.
5,ນຳໄປແຊ່ຕູ້ເຍັນ ໃຫ້ເຍັນສົດຊື່ນ.
ເລືອກຊື້ສີນຄ້າອອນລາຍໄດ້ທີ່: www.Shopping-d.com