ກ້ວຍເຊື່ອມກະທິໝາກພ້າວອ່ອນ
Share
ສ່ວນຜະສົມ:
- ກ້ວຍນ້ຳວ້າເຫີ່ມໆ (ໝ່ວຍໃຫ່ຍ ຫຼືນ້ອຍຕາມມັກ).
- ຫົວກະທິສົດ 200ກລາມ.
- ນ້ຳຕານໝາກພ້າວ 100ກລາມ.
- ໝາກພ້າວອ່ອນ 1ໝ່ວຍ.
- ເກືອປົ່ນໝ້ອຍໝື່ງ.
- ແປ້ງສາລີນ້ຳໃບເຕີຍຄັ້ນ (ໃສ່ ຫຼືບໍ່ໃສ່ຕາມຄວາມມັກ).
ວິທີເຮັດ:
1,ປອກກ້ວຍລ້າງດ້ວຍນ້ຳເກືອ (ຊອຍ ຫຼືບໍ່ຊອຍຕາມຄວາມມັກ).
2,ນຳໄປປີ້ງ ຫຼືອົບຈົນສຸກ (ສຸກໝ້ອຍ ຫຼືສຸກຫຼາຍຕາມຄວາມມັກ).
3,ນຳໃສ່ຖົງຢາງຊະນິດຮ້ອນແລ້ວບີບ ຫຼືທັບໃຫ້ເເບນຕາມຄວາມມັກ.
4,ເທຫົວກະທິໃສ່ໝໍ້ແລ້ວນຳໄປຕັ້ງເທິງເຕົາໄຟ ໃສ່ນ້ຳຕານລົງໄປແລ້ວຄົນໃຫ້ນ້ຳຕານລະລາຍ.
5,ໃສ່ເກືອປົ່ນລົງໄປຊິມລົດຕາມຄວາມມັກ.
6,ໃສ່ເນື້ອໝາກພ້າວອ່ອນລົງໄປ ຖ້າໃຫ້ຟົດແລ້ວປິດໄຟນຳລົງຈາກເຕົາໄຟ.
7,ຈັດກ້ວຍທີ່ກຽມໄວ້ໃສ່ຈານລາດດ້ວຍນ້ຳເຊື່ອມ ຫຼືຈະແຊ່ໃນນ້ຳເຊື່ອມກໍ່ໄດ້.
8,ຖ້າມັກໃບເຕີຍໃຫ້ໃສ່ໃນຂັ້ນຕອນໃສ່ໝາກພ້າວອ່ອນ.
ເລືອກຊື້ສີນຄ້າອອນລາຍໄດ້ທີ່: www.Shopping-d.com